ຕໍ່ໄປນີ້ແມ່ນຂັ້ນຕອນໃນການລົງວິນໂດ 8 ແບບລະອຽດ ຊຶ່ງມີດັ່ງນີ້: 1. ຂັ້ນຕອນທຳອິດ ເອົາແຜ່ນ DVD ໃສ່ໃນ DVD-Rom ຈາກນັ້ນໃຫ້ Boot ຄອມພິວເຕີໃໝ່ - ຖ້າວ່າເຮົາຕ້ອງການປັບຄອມພິວເຕີຂອງເຮົາ Boot DVD ທຳອິດ ໂດຍສາມາດເຂົ້າໄປປັບໃນ BIOS ຫຼື ວ່າຈະກົດ F12/F10 ຕອນ boot ຈາກນັ້ນໃຫ້ເລືອກ Boot ຈາກ DVD ທຳອິດ 2. ເມື່ອມີຂໍ້ຄວາມຂື້ນມາວ່າ: Press Any key to boot from CD or DVD...ໃຫ້ກົດ Enter 1 ເທື່ອ 3. ເຮົາຈະເຫັນ Logo Windows 8.1
4. ຈາກນັ້ນໃຫ້ເລືອກຕາມຮູບພາບ
Language to install : English
Time and Currency format : English
Keyboard or input method : US
5. ກົດ Install Now
6. ເລືອກ I accept the license terms
7. ເລືອກ Custom : install windows only
8. ຂັ້ນຕອນນີ້້ແບ່ງອອກເປັນ 2 ວິທີຄື:
ວິທີໜຶ່ງຄື: ຄອມພິວເຕີໃໝ່ຍັງບໍ່ທັນມີລະບົບ OS: ໃຫ້ແບ່ງ partitions ຂອງ DISK (ຊ່ອງຂອງ Disk) ກ່ອນ ໂດຍການກົດ New ແລ້ວເລືອກຈໍານວນ Drive C: ທີ່ເຮົາຕ້ອງການ.
ຕົວຢ່າງ: 1 GB = 1024 MB
– ຖ້າເຮົາຕ້ອງການ 100 GB ກໍ່ໃຫ້ໃສ່ໄປ 1024 x 100 = 102400 MB
ວິທີທີ່ສອງຄື: ກໍລະນີເຮົາຈະລົງ windows ໃໝ່ ຊຶ່ງມີ Windows ເກົ່າທີ່ລົງຢູ່ແລ້ວ: ໃຫ້ເຮົາເລືອກທີ່ຊ່ອງ Drive C ຫຼື Disk C ທີ່ເປັນ OS ຫຼື ວ່າເປັນຊ່ອງຂໍ້ມູນຂອງລະບົບນັ້ນເອງ ຈາກນັ້ນກົດ Format ແລ້ວກົດ Next
9. ຈາກນັ້ນໃຫ້ລໍຖ້າການຕິດຕັ້ງ Windows 8.1
ເມື່ອສໍາເລັດຂັ້ນຕອນນີ້ ຄອມພິວເຕີຈະເລີ່ມຕົ້ນໃໝ່ອັດຕະໂນມັດອີກ 1 ຄັ້ງ ໂດຍເຮົາບໍ່ຕ້ອງກົດປຸ່ມ ປະໄວ້ໃຫ້ມັນຜ່ານໄປຂັ້ນຕອນທີ 10 ເລີຍ
10. ເລືອກສີພາບພື້ນຫຼັງທີ່ຕ້ອງການ ແລະ ຊື່ຂອງລະບົບ (PC Name)
11. ກົດ Use Express Settings
12. ໃນຂໍ້ນີ້
– ກໍລະນີຄອມພິວເຕີບໍ່ມີອິນເຕີເນັດ ຕອນຕິດຕັ້ງ ໃຫ້ກົດ: Create a local account
– ກໍລະນີຄອມພິວເຕີມີອິນເຕີເນັດເມື່ອຕອນຕິດຕັ້ງໃຫ້ກົດ: Sign in ດ້ວຍ Account Microsoft
13. ຖ້າຄອມພິວເຕີບໍ່ມີອິນເຕີເນັດກໍ່ຈະຕັ້ງແບບພາບຂ້າງລຸ່ມນີ້: Create a local account ຈາກນັ້ນໃຫ້ກົດໃສ່ ແລ້ວພິມ Username / Password ໃສ່.
14. ຈາກນັ້ນໃຫ້ຖ້າບໍ່ເກີນ 1 ນາທີ ລະບົບຈະ Run Wizard Windows 8.1 ໃຫ້ ແລະ ລະບົບຈະເຂົ້າສູ່ໜ້າຈໍຂອງ Modern UI Windows 8.1
15. ກໍ່ຖືວ່າສໍາເລັດການຕິດຕັ້ງ Windows 8.1
ຂອບໃຈບົດຮຽນຈາກ: ໄອທີໄທ.ຄອມ