ການຕິດຕັ້ງວິນໂດ 8 ແບບລະອຽດ

ຕໍ່ໄປນີ້ແມ່ນຂັ້ນຕອນໃນການລົງວິນໂດ 8 ແບບລະອຽດ ຊຶ່ງມີດັ່ງນີ້:
1. ຂັ້ນຕອນທຳອິດ ເອົາແຜ່ນ DVD ໃສ່ໃນ DVD-Rom ຈາກນັ້ນໃຫ້ Boot ຄອມພິວເຕີໃໝ່
   - ຖ້າວ່າເຮົາຕ້ອງການປັບຄອມພິວເຕີຂອງເຮົາ Boot DVD ທຳອິດ ໂດຍສາມາດເຂົ້າໄປປັບໃນ BIOS ຫຼື ວ່າຈະກົດ F12/F10 ຕອນ boot ຈາກນັ້ນໃຫ້ເລືອກ Boot ຈາກ DVD ທຳອິດ
2. ເມື່ອມີຂໍ້ຄວາມຂື້ນມາວ່າ: Press Any key to boot from CD or DVD...ໃຫ້ກົດ Enter 1 ເທື່ອ
3. ເຮົາຈະເຫັນ Logo Windows 8.1

Install-Windows8.1-1

4. ຈາກນັ້ນໃຫ້ເລືອກຕາມຮູບພາບ

Language to install : English

Time and Currency format : English

Keyboard or input method : US

Install-Windows8.1-2

5. ກົດ Install Now

Install-Windows8.1-3

6. ເລືອກ I accept the license terms

Install-Windows8.1-4

7. ເລືອກ Custom : install windows only

Install-Windows8.1-5

8.  ຂັ້ນຕອນນີ້້ແບ່ງອອກເປັນ 2 ວິທີຄື:

ວິທີໜຶ່ງຄື:     ຄອມພິວເຕີໃໝ່ຍັງບໍ່ທັນມີລະບົບ OS: ໃຫ້ແບ່ງ partitions ຂອງ DISK (ຊ່ອງຂອງ Disk) ກ່ອນ ໂດຍການກົດ New ແລ້ວເລືອກຈໍານວນ Drive C: ທີ່ເຮົາຕ້ອງການ.

ຕົວຢ່າງ: 1 GB = 1024 MB

– ຖ້າເຮົາຕ້ອງການ 100 GB ກໍ່ໃຫ້ໃສ່ໄປ 1024 x 100 = 102400 MB

Install-Windows8.1-7

ວິທີທີ່ສອງຄື: ກໍລະນີເຮົາຈະລົງ windows ໃໝ່ ຊຶ່ງມີ Windows ເກົ່າທີ່ລົງຢູ່ແລ້ວ: ໃຫ້ເຮົາເລືອກທີ່ຊ່ອງ Drive C ຫຼື Disk C ທີ່ເປັນ OS ຫຼື ວ່າເປັນຊ່ອງຂໍ້ມູນຂອງລະບົບນັ້ນເອງ ຈາກນັ້ນກົດ Format ແລ້ວກົດ Next

Install-Windows8.1-6

9. ຈາກນັ້ນໃຫ້ລໍຖ້າການຕິດຕັ້ງ Windows 8.1

ເມື່ອສໍາເລັດຂັ້ນຕອນນີ້ ຄອມພິວເຕີຈະເລີ່ມຕົ້ນໃໝ່ອັດຕະໂນມັດອີກ 1 ຄັ້ງ ໂດຍເຮົາບໍ່ຕ້ອງກົດປຸ່ມ ປະໄວ້ໃຫ້ມັນຜ່ານໄປຂັ້ນຕອນທີ 10 ເລີຍ

Install-Windows8.1-8

10. ເລືອກສີພາບພື້ນຫຼັງທີ່ຕ້ອງການ ແລະ ຊື່ຂອງລະບົບ (PC Name)

Install-Windows8.1-10

11. ກົດ Use Express Settings

Install-Windows8.1-11

12. ໃນຂໍ້ນີ້

– ກໍລະນີຄອມພິວເຕີບໍ່ມີອິນເຕີເນັດ ຕອນຕິດຕັ້ງ ໃຫ້ກົດ: Create a local account

– ກໍລະນີຄອມພິວເຕີມີອິນເຕີເນັດເມື່ອຕອນຕິດຕັ້ງໃຫ້ກົດ: Sign in ດ້ວຍ Account Microsoft

Install-Windows8.1-12

13. ຖ້າຄອມພິວເຕີບໍ່ມີອິນເຕີເນັດກໍ່ຈະຕັ້ງແບບພາບຂ້າງລຸ່ມນີ້:  Create a local account ຈາກນັ້ນໃຫ້ກົດໃສ່  ແລ້ວພິມ Username / Password ໃສ່.

Install-Windows8.1-13

14.  ຈາກນັ້ນໃຫ້ຖ້າບໍ່ເກີນ 1 ນາທີ ລະບົບຈະ  Run Wizard Windows 8.1 ໃຫ້ ແລະ ລະບົບຈະເຂົ້າສູ່ໜ້າຈໍຂອງ  Modern UI Windows 8.1

Install-Windows8.1-13

15.  ກໍ່ຖືວ່າສໍາເລັດການຕິດຕັ້ງ Windows 8.1

ຂອບໃຈບົດຮຽນຈາກ: ໄອທີໄທ.ຄອມ