ບັນຫາຂອງແຣມທີ່ມັກພົບຢູ່ຕະຫຼອດ

ບັນຫາ​ຂອງ Ram ທີ່​ມັກ​ພົບ​ຢູ່​ຕະຫຼອດ
ມີ​ສຽງຮ້ອງຫຼັງຈາກ​ເປີດ​ເຄື່ອງ ແລະ ບໍ່ມີ​ພາບ​ມີ​ສາ​ເຫດ​ດັ່ງນີ້:

  • ສຽບ Ram ບໍ່​ແໜ້ນ.

ວິທີ​ແກ້​ໄຂ: ໃຫ້​ລອງ​ເປີດ​ຝາ Case ອອກ​ແລ້ວ​ໃຫ້​ສຽບ Ram ໃຫ້​ແໜ້ນ.

  • ເກີດ​ຈາກໜ້າສຳຜັດ​ຂອງ Ram ບໍ່​ແໜ້ນ.

ວິທີ​ແກ້​ໄຂ: ເປີດ​ຝາ​ເຄື່ອງ​ອອກ​ມາ​ແລ້ວ​ໃຫ້​ລອງ​ໃຫ້​ສຽບ​ໃໝ່ ຖ້າ​ຍັງ​ບໍ່​ໄດ້​ໃຫ້​ລອງ​ຖອດ Ram ອອກ​ມາ​ທຳ​ຄວາມ​ສະອາດໜ້າສຳ​ຜັດ ໂດຍ​ໃຊ້​ຢາງ​ລົບ​ດິນສໍ…….

  • ເກີດ​ຈາ​ກການສຽບ Ram ຜິດ​ແຖວ.

ວິທີ​ແກ້​ໄຂ: ເມນ​ບອດ​ບາງ​ລຸ້ນຕ້ອງ​ສຽບ Ram ໄລ່​ຈາກ​ແຖວ​ທີ 1 ຂື້ນ​ໄປ ໃຫ້​ລອງ​ນຳ Ram ມາສຽບທີ່ Slot ທີ່ 1 ແລະ ໄລ່​ລົງ​ໄປ​ໃນ​ກໍລະນີ Ram ຫຼາຍ​ແຖວ.

  • Ram ທີ່​ໃສ່​ໄປ​ບໍ່ກົງ​ກັບ​ຊະນິດ​ທີ່​ເມນ​ບອດ​ຮັບ​ໄດ້

ວິທີ​ແກ້​ໄຂ: ກວດ​ສອບ​ກັບ​ຄູ່​ມື​ເມນ​ບອດ​ວ່າ​ເປັນ​ຊະນິດທີ່​ຖືກຕ້ອງ ແລະ ຂະໜາດທີ່​ບໍ່​ເກີນ​ເມນ​ບອດ​ກຳໜົດ​ໃນ​ແຕ່ລະ​ແຖວ ຖ້າ​ບໍ່ຖືກ​ໃຫ້​ນຳ Ram ຊະນິດ​ທີ່​ຖືກຕ້ອງ​ມາ​ໃສ່.

  • ເກີດ​ຈາກ​ຄວາມ​ຜິດພາດ​ຂອງ​ຂະ​ບວນການ​ເຊັກ​ຕອນ​ເປີດ​ເຄື່ອງ​ຂອງ BIOS

ວິທີ​ແກ້​ໄຂ: ໃນ​ບາງ​ຄັ້ງຈະ​ຈົດ​ຈຳ​ການ​ຕິດຕັ້ງ Hardware ໃນ​ຕຳ​ແໜ່ງຕ່າງ​ໄວ້​ແລະ​ທຳ​ການ ກວດ​ເຊັກ​ທຸກ​ຄັ້ງທີ່​ເປີດ​ເຄື່ອງ ດັ່ງນັ້ນ, ເມື່ອ​ມີ​ການ​ປ່ຽນ​ແປງ ຫຼື ສະຫຼັບຕຳ​ແໜ່ງຂອງ Slot ທີ່ ສຽບອຸປະກອນ​ຕ່າງໆ ເຄື່ອງ​ອາດ​ຈະ​ເຊັກ​ວ່າ​ເກີດຄວາມ​ຜິດພາດ​ໄດ້ ໂດຍ​ທີ່​ຈິງ​ແລ້ວ​ບໍ່ມີ​ອຸປະ ກອນ​ໃດໆ​ເສຍ​ເລີຍ ແຕ່​ເພາະ​ເຄື່ອງ​ໄດ້​ຈົດ​ຈຳ​ຂໍ້​ມູນ​ຕຳ​ແໜ່ງຂອງ Slot ທີ່​ສຽບ Hardware ຕ່າງໆ​ໄວ້ ແຕ່​ຍັງ​ບໍ່​ໄດ້​ທຳ​ການ​ອັບ​ເດ​ດ ຫຼື ຣີ​ເຟສ (Refresh) ເຮັດ​ໃຫ້​ເມື່ອ​ເປີດ​ເຄື່ອງ​ແລ້ວ​ເຖິງ​ຂັ້ນຕອນ​ການກວດ​ສອບ​ເຄື່ອງ​ຈະ​ຟ້ອງ​ວ່າ Hardware ຜິດພາດ ວິທີ​ແກ້​ໄຂ​ຄື: ໃຫ້​ລອງ ສະຫຼັບ​ແຖວ​ຂອງ Ram ແລ້ວ​ລອງ​ເປີດ​ເຄື່ອງ​ໃໝ່​ເພື່ອ​ໃຫ້​ເຄື່ອງ​ຈົດ​ຈຳ​ຕຳ​ແໜ່ງ ຫຼື Reset BIOS ໂດຍ​ການ​ຖອດ​ຖ່ານ​ຂອງ BIOS ເມນ​ບອດ​ອອກ​ຄາວໜື່ງ ແລ້ວ​ກັບ​ເຂົ້າ​ໄປ​ໃໝ່ ຈາກ ນັ້ນ​ໃຫ້​ລອງ​ເປີດ​ເຄື່ອງ​ໃໝ່ອີກ​ຄັ້ງ.

  • Ram ເສຍ ຫຼື ເສື່ອ​ມຄຸນ​ນະພາ​ບ

ວິທີ​ແກ້​ໄຂ: ໃຫ້​ລອງ​ນຳ Ram ໂຕ​ອື່ນ​ທີ່​ໃຊ້​ໄດ້​ມາສຽບ​ແທນ​ໃນ​ຊ່ອງ​ດຽວກັນ (Slot) ຖ້າ​ຫາກ​ວ່າ​ໃຊ້​ໄດ້​ສະ​ແດງ​ວ່າ Ram ເສຍ​ຖ້າ​ເກີດ​ກໍລະນີ​ນີ້ກໍ່ຕ້ອງ​ຊື່​ປ່ຽນ​ໃໝ່ຢ່າງ​ດຽວ.

ເປີດ​ເຄື່ອງ​ແລ້ວ​ແຕ່ TEST Memory (Ram) ບໍ່ຜ່ານ​ມີ​ສາ​ເຫດ​ດັ່ງນີ້:

  • Slot ທີ່​ສຽບ Ram ຫຼື ເສື່ອ​ມຄຸນ​ນະພາ​ບ

ວິທີ​ແກ້​ໄຂ: ເປັນ​ໄປ​ໄດ້​ທີ່​ເມື່ອ​ໃຊ້​ໄປ​ແລ້​ວ ສະລ໋ອດສຽບ Ram ເສື່ອ​ມຄຸນ​ນະພາ​ບ​ໃຫ້​ລອງ​ຍ້າຍ Ram ໄປ​ໃສ່​ໃນ​ສະລ໋ອດອື່ນ​ແລ້ວ​ລອງ​ບູດ​ເຄື່ອງ​ໃໝ່.

  • Ram ເສຍຫຼື ເສື່ອ​ມຄຸນ​ນະພາ​ບ (ຄື​ກັບ​ຂໍ້​ເທິງ)

ວິທີ​ແກ້​ໄຂ: ໃຫ້​ລອງ​ນຳ​ເອົາ Ram ໂຕ​ອຶ່ນມາສຽບ​ແທນ​ໃນ​ຊ່ອງ​ດຽວກັນ ຖ້າ​ຜ່ານ​ສະ​ແດງ​ວ່າ Ram ເສຍ​ກໍ່ຕ້ອງ​ຊື້ມາ​ປ່ຽນ​ໃໝ່.

ໃຊ້​ແລ້ວ​ເຄື່ອງ​ແຮງ​ງ່າຍໆມີ​ສາ​ເຫດ​ດັ່ງນີ້:

  • ອາດ​ເກີດ​ຈາກ​ການ​ຕັ້ງຄ່າ​ຄວາ​ມຖີ່​ໃຫ້​ກັບ Ram ບໍ່ຖືກຕ້ອງ.

ວິທີ​ແກ້​ໄຂ: ໃຫ້​ເບິ່ງ​ສະ​ເປັກ​(Spec) ຂອງ Ram ສາມາດ​ທຳ​ງານ​ໃນ​ຄວາມ​ທີ່​ເທົ່າ​ໃດ ແລະ ໃຫ້​ຕັ້ງ​ໃຫ້​ຖືກຕ້ອງ​ໂດຍ​ເຊັກ​ທີ່ BIOS ຫຼື ເມນ​ບອດ​ບາງ​ລຸ້ນ​ເຊັກ​ທີ່ Jumper ທີ່ຢູ່​ເທິງ​ເມນ​ບອດ ໂດຍ​ສາມາດ​ເບິ່ງ​ລາຍ​ລະອຽດຈາກ​ຄູ່​ມື​ຂອງ​ເມນ​ບອດ​ນັ້ນໆ​ໄດ້.

  • ເກີດ​ຈາ​ການ​ຕັ້ງຄ່າ​ການໜ່ວງ​ເວລາ (Wait State) ບໍ່ຖືກຕ້ອງ

ວິທີ​ແກ້​ໄຂ: ກັບ​ໄປ​ຕັ້ງຄ່າ​ໃຫ້​ຖືກຕ້ອງ​ຄື​ເກົ່າ ຫຼື ຕັ້ງຄ່າ​ເປັນ​ແບບ By SPD ຈະ​ສະດວກ​ທີ່​ສຸດ.

  • ເກີດ​ຈາ​ການ​ເລືອກ​ຄຸນສົມບັດ​ພິ​ເສດ ເຊັ່ນ: Fast page, EDO ບໍ່ຖືກຕ້ອງ.

ວິທີ​ແກ້​ໄຂ: ຄວນ​ສຶກສາ​ຄຸນສົມບັດ​ພິ​ເສດ​ຕ່າງໆ ໃຫ້​ເຂົ້າ​ໃຈ​ລະອຽດກ່ອນ​ທີ່​ຈະ​ເລືອກ​ໃຊ້​ຄຸນ ສົມບັດ​ນັ້ນໆ ຖ້າ​ບໍ່​ແນ່​ໃຈ​ໃຫ້​ກັບ​ໄປ​ທີ່ Load Default Setup or Disable ເພາະ​ຖ້າ​ເລືອກ​ໃຊ້​ຄຸນສົມບັດ​ພິ​ເສດ ໂດຍ​ທີ່ Ram ໂຕນັ້ນບໍ່ຮອງ​ຮັບ ກໍ່ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຜິດພາດ​ໃນ​ການ​ທຳ​ງານ​ໄດ້.

  • ເກີດ​ຈາກ chip Ram ຮ້ອນ​ເກີນ​ໄປ

ວິທີ​ແກ້​ໄຂ: ໃນ​ກໍລະນີ​ທີ່​ບາງ​ຄັ້ງ Ram ທຳ​ງານໜັກ ແລະ ເກີດອາການ​ຮ້ອນ​ເກີນ​ໄປ​ຈະ​ເຮັດ​ໃຫ້​ເກີດ​ການ​ທຳ​ງານ​ຜິດພາດ​ໄດ້ ດັ່ງນັ້ນຖ້າ​ຕ້ອງການ​ສະຖຽນລະ​ພາບ​ໃນ​ການ​ທຳ​ງານ​ໃຫ້ຫຼາຍ ຂື້ນ ເຮົາ​ຄວນ​ປັບປຸງລະບົບ​ຄອມ​ພິວ​ເຕີ​ໄວ້​ໃນ​ທີ່​ມີອາກາດ​ຖ່າຍ​ເທ​ໄດ້​ສະດວກຫຼືຫ້ອງ​ແອກໍ່ຈະ​ຍິ່ງ​ດີ.

  • ເກີດ​ອາການ​ຈາກ Ram ເສື່ອ​ມ

ວິທີ​ແກ້​ໄຂ: Ram ບາງ​ໂຕ​ທີ່​ໃຊ້​ງານ​ໄປ​ດົນໆ chip ບາງ​ໂຕ​ຂອງ Ram ອາດ​ເສື່ອ​ມ​ໄດ້​ໂດຍ ທີ່​ເຄື່ອງ​ຍັງ​ສາມາດ​ທຳ​ງານ​ໄດ້​ປົກກະຕິ ແຕ່​ເມື່ອ​ເຄື່ອງ​ໃຊ້​ງານ​ມາ​ເຖິງ​ຕຳ​ແໜ່ງທີ່​ເສື່ອ​ມ​ໃນ Ram ໂຕນັ້ນ ຈະ​ເຮັດ​ໃຫ້​ເກີດ​ອາການ​ຜິດພາດ​ໄດ້ ວິທີ​ແກ້​ໄຂ​ຄື ລອງ​ຖອດ Ram ໂຕ​ທີ່​ຄິດ​ວ່າ​ເສື່ອ​ມອອກ ແລ້ວ​ນຳ​ເອົາ Ram ໂຕ​ອຶ່ນທີ່​ດີ​ມາ​ໃສ່​ແທນ ແລະ ລອງ​ໃຊ້​ງານ​ເບີ່​ງ ຖ້າ​ໃຊ້​ງານ​ໄດ້​ປົກກະຕິ​ສະ​ແດງ​ວ່າ Ram ໂນນັ້ນ​ເສຍ ໃຫ້​ຊື້​ໂຕ​ອຶ່ນມາ​ປ່ຽນ
ຂະໜາດຂອງ Ram ເມື່ອ​ໃຊ້​ງານ​ນ້ອຍ​ກວ່າ​ຂະໜາດທີ່​ແທ້​ຈິງ​ມີ​ສາ​ເຫດ​ດັ່ງນີ້:

  • ສຽບ Ram ທີ່​ມີ​ຂະໜາດ​ເກີນ​ກວ່າ​ທີ່​ຊ່ອງ​ສຽບ Ram ນັ້ນຮັບ​ໄດ້

ວີ​ທີ​ແກ້​ໄຂ: ເມນບອດບາງໂຕອາດຈະກໍານົດຂະໜາດຂອງ Ram ສູງ​ສຸດຕໍ່​ແຖວ​ທີ່​ສຽບ​ໄດ້​ໃນ​ແຕ່​ລະ​ຊ່ອງ Slot ດັ່ງນັ້ນຄວນ​ອ່ານ​ຄູ່​ມື​ຂອງ​ເມນ​ບອດ​ກ່ອນ​ວ່າ Slot ໃດ​ສຽບ Ram ທີ່​ມີ​ຂະ ໜາດສູງ​ໄດ້​ເທົ່າ​ໃດ ເຊັ່ນ: ເມນ​ບອດ​ບາງ​ລຸ້ນ ຊ່ອງ​ສຽບ Ram ແຖວ​ທີ 1 ໃສ່ Ram ໄດ້​ສູງ​ສຸດ​ບໍ່​ເກີນ 128 Mb ຖ້າ​ເຮົາ​ນຳ Ram ຂະໜາດ​ແຖວ​ລະ 256 MB ມາ​ໃສ່​ເຄື່ອງ​ຈະ​ບໍ່ສາມາດ​ຮັບ​ໄດ້ ຫຼື ເບີ່​ງ​ເຫັນ​ແຕ່​ພຽງ 128 MB ເທົ່າ​ນັ້ນ.

  • ຂະໜາດຂອງ Ram ລວມທັງໝົດ​ເກີນ​ກວ່າ​ທີ່​ເມນ​ບອດ​ຈະ​ຮັບ​ໄດ້.

ວິທີ​ແກ້​ໄຂ: ເມນ​ບອດ​ທຸກ​ອັນ​ຈະ​ມີ​ຂະໜາດລວມຂອງ Ram ສູງ​ສຸດ​ທີ່​ເມນ​ບອດ​ຮັບ​ໄດ້​ບໍ່​ແມ່ນ​ວ່າ​ຈະ​ສາມາດ​ຊື້ Ram ມາ​ໃສ່​ເທົ່າ​ໃດ​ກໍ່​ໄດ້ ຄວນ​ອ່ານ​ຄູ່​ມື​ຂອງ​ເມນ​ບອດ​ລຸ້ນນັ້ນດ້ວຍ.

  • ບໍ່​ໄດ້​ຕັ້ງຄ່າ​ທີ່ BIOS ໃຫ້​ຖືກຕ້ອງ.

ວິທີ​ແກ້​ໄຂ: ຢູ່ BIOS ຈະ​ມີ​ເມ​ນູສຳ​ລັບ​ຕັ້ງຄ່າ​ຄວາມ​ໄວ​ຂອງ Ram ທີ່​ເຮົາ​ຕ້ອງການ​ໃຫ້​ເຮົາ​ໄປ​ປັບ​ຄ່າ​ໃຫ້​ຖືກຕ້ອງ​ຫຼື​ໃຫ້​ເລືອກ​ເປັນ Auto.

  • ບໍ່​ໄດ້​ເຊັກ​ຄ່າ Jumper ຢູ່​ເທິງ​ເມນ​ບອດ.

ວິທີ​ແກ້​ໄຂ: ເມນ​ບອດ​ບາງ​ລຸ້ນຈະ​ມີ​ການ​ເຊັກ​ຄວາມ​ຖີ່​ຂອງ Ram ທີ່ Jumper ເມນ​ບອດ້ວຍ ໃຫ້​ສຶກສາ​ແລະ​ເຊັກ​ຕາມ​ຄູ່​ມື​ເມນບອດ