ແກ້ບັນຫາ USB ເປີດໃຊ້ງານບໍ່ໄດ້ ແລະ ຟ້ອງໃຫ້ format ຕະຫຼອດ

ແກ້ບັນຫາ USB ເປີດໃຊ້ງານບໍ່ໄດ້

ເມື່ອ USB ເຮົາມີບັນຫາ ເມື່ອເຮົາ format ກໍ່ມີຂໍ້ຄວາມຟ້ອງຂື້ນມາວ່າ:  ” windows was unable to complete the format ” ປະມານນີ້ ເພື່ອແກ້ໄຂບັນຫາດັ່ງກ່າວ ເຮົາມາເຮັດຕາມຂັ້ນຕອນດັ່ງນີ້:
1. ສຽບ USB ເຂົ້າໄປ
2. ໃນໜ້າ windows explorer ໃຫ້ຄຣິກຂວາທີ່ My computer ແລະ ກົດເຂົ້າໄປທີ່ Manage
3. ໃນໜ້າຕ່າງຟາກຊ້າຍມືຈະເຫັນຫົວຂໍໍ້ Storage ໃຫ້ຄຣິກທີ່ Disk Management
4. ສັງເກດທີ່ໜ້າຕ່າງທາງເບື້ອງຂວາມືຈະເຫັນ USB ທີ່ສຽບຂື້ນເປັນ Disk n (ອາດເປັນເລກ 1, 2, 3 ຕາມແຕ່ລະຈໍານວນ Disk ໃນເຄື່ອງ) ໃຫ້ເບິ່ງຄໍາເວົ້າຂ້າງລຸ່ມຈະຂຽນຄໍາວ່າ:  Removable
5. ໃນຂັ້ນຕອນນີ້ເປັນຂັ້ນຕອນທີ່ສໍາຄັນ ຫາກເຮົາເຫັນວ່າຊ່ອງທາງເບື້ອງຂວາມືຂອງ Disk ເປັນ Flash drive ຂອງເຮົາຂຽນວ່າ Unallocated ໃຫ້ຄຣິກຂວາ Unallocated ນັ້ນ ແລະ ເລືອກ New Partition ຕອບ OK
6. ໃຫ້ລໍຖ້າຈົນກວ່າຈະ format ສໍາເລັດກໍ່ຈະໃຫ້ງານ Flash Drive ໄດ້ອີກ.

ຂໍຂອບໃຈບົດຮຽນ ຈາກເວັບໄຊ: http://group.wunjun.com/zoneitzeed/topic/3130-28