ລວມວິທີແກ້ໄຂບັນຫາຈາກ Hard Disk Drive (HDD)

1.  ການທຳງານຂອງ HDD ຊ້າລົງ

ສາເຫດ: ໄຟຂໍ້ມູນທີ່ເກັບຢູ່ໃນຮາດດິດຈະຢູ່ກະຈາຍ

ການແກ້ໄຂ: ກວດສອບສ່ວນຂໍ້ມູນທີ່ເສຍໄປໂດຍການຣັນໂປຣມ Disk Defrag ເພື່ອຈະຣັນໂປຣແກຣມ Disk Defragmenter ຈາກເດສທ໋ອບຂອງ Windows ໃຫ້ ຄຣິກປຸ່ມ Start ແລ້ວຊີ້ໄປທີ່ Programs ຈາກນັ້ນໄປທີ່ Accessories ແລ້ວຄຣິກທີ່ System Tools ທ້າຍສຸດໃຫ້ຄຣິກທີ່ Disk Defragmenter.

  1. ພົບ Drive ຂອງ HDD ແຕ່ເຂົ້າບໍ່ໄດ້

ສາເຫດ 1 : ເປັນ Partition ຊະນິດທີ່ລະບົບປະຕິບັດການບໍ່ຮູ້ຈັກ

ວິທີແກ້ໄຂ: ເຮົາຕ້ອງ Copy ຂໍ້ມູນທີ່ເຮົາຕ້ອງການມາໄວ້ທີ່ອີກ Partition ທີ່ໃຊ້ໄດ້ ຫຼື ບົບ Partition ຖີ້ມແລ້ວສ້າງໃໝ່.

ສາເຫດ 2: ຍັງບໍ່ໄດ້ Format

ວິທີແກ້ໄຂ: ຫຼັງຈາກແບ່ງ Partition ແລ້ວ HDD ບາງຊ່ອງຈະເຂົ້າບໍ່ໄດ້ ເຮົາສາມາດດັບເບີ້ນຄຣິກແລ້ວທຳການ Format ໄດ້ເລີຍ ກໍ່ສາມາດເຂົ້າໄດ້ເລີຍ.

ສາເຫດ3: Partition ເສຍ.

ບາງຄັ້ງເຄື່ອງເຮົາອາດຕິດໄວຣັສ, ເຄື່ອງແຮງຫຼືໂປຣແກຣມຕ່າງໆທຳງານຜິດພາດເຮັດ ໃຫ້ຂໍ້ມູນໃນສ່ວນ Partition ຖືກແກ້ໄຂແລະຂໍ້ມູນບາງສ່ວນເສຍໄປດ້ວຍ ການກູ້ຂໍ້ມູນ ອາດໃຊ້ໂປຣແກຣມ Disk Utility ຕ່າງໆ ທີ່ມີໂປແກຣມຊ່ວຍກູ້ຂໍ້ມູນ ແລະ ທາງທີ່ດີ ເຮົາຄວນລົງໂປຣແກຣມທີ່ຈະຊ່ວຍ Backup ຂໍ້ມູນເຊັ່ນ: Norton Ghost ຊຶ່ງໂປຣ ແກຣມຈະລວບລວມຂໍ້ມູນທີ່ສຳຄັນຕ່າງໆໃນ HDDແລ້ວສຳຮອງໄວ້ເວລາທີ່ Partition ມີບັນຫາ.

  1. ຫຼອດໄຟ Drive ຮາດດິດຮຸ່ງຕະຫອດເວລາ

ສາເຫດ1: ເກີດ Bad Sector

ວິທີແກ້: ເມື່ອຮາດດິດກຳລັງພະຍາຍາມອ່ານພື້ນທີ່ທີ່ບໍ່ສາມາດເກັບຂໍ້ມູນໄດ້ (Bad Sector) ຈະໃຊ້ເວລາໃນການອ່ານດົນຂະນະທີ່ເຄື່ອງກຳລັງການຕອບສະໜອງຈາກ HDD ນັ້ນໄຟຮາດດິດກໍ່ຈະຮຸ່ງຕະຫຼອດຊຶ່ງເຮົາສາມາດກວດສອບວ່າມີ Bad Sector ຫຼືບໍ່ໂດຍໃຊ້ໂປຣແກຣມປະເພດ Disk Utility ກວດເຊັ່ນ: Norton Utility ເປັນຕົ້ນ.

ສາເຫດ2: ຕໍ່ສາຍໄຟ LED ສະລັບຂົ້ວ.

ວິທີແກ້: ບາງເມນບອດຖ້າຫາກສຽບສາຍຕໍ່ໄຟ LED ສະຫຼັບຂົ້ວຈະເຮັດໃຫ້ LED ຮຸ່ງຂະນະທີ່ຮາດດິດບໍ່ໄດ້ທຳງານ ແຕ່ດັບຂະນະທີ່ຮາດດິດທຳງານ ໃນຂະນະທີ່ຮາດດິດ ບໍ່ທຳງານໄຟ LED ຈະຕິດຄ້າງຢູ່ສາມາດແກ້ໄຂໂດຍການເປີດຟາ Case ອອກແລ້ວ ສຽບສາຍ LED ຮາດດິດໃໝ່ໃຫ້ຖືກທາງ.

  1. ເຄື່ອງຄອມເຫັນຮາດດິດແດ່ ບາງຄັ້ງກໍ່ບໍ່ເຫັນ.

ສາເຫດ: ສາຍໄຟທີເຂົ້າໄປລ້ຽງຮາດດິດຫຼວມ

ວິທີແກ້: ສາຍໄຟຮາດດິດອາດຫຼວມບາງຂົ້ວຕໍ່ ເຖິງແມ່ນວ່າເຮົາຈະສຽບແໜ້ນກໍ່ຕາມ ອາດລອງແກ້ດ້ວຍການນຳເອົາຄີມບີບໜ້າສຳຜັດຂອງສາຍຈ່າຍໄຟລ້ຽງໃຫ້ແຄບເຂົ້າ ເພື່ອໃຫ້ທຸກຂົ້ວສຳຜັດດີ.

Leave a comment