ບົດທີ 1 (ເອກະສານປະກອບໃນການຮຽນວິໍຊາທິດສະດີເງິນຕາ)

ບົດທີ 1: ຄວາມຮູ້ກ່ຽວກັບເງິນຕາໂດຍສັງເຂບ

  1. ນິຍາມ ແລະ ທາດແທ້ຂອງເງິນຕາ

1.1. ນິຍາມ

ເງິນແມ່ນໜົດທຸກສິ່ງຢ່າງທີ່ສັງຄົມຍອມຮັບທົ່ວໄປ ໃຊ້ເປັນສື່ກາງໃນການແລກປ່ຽນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງ ຫົວໜວ່ຍເງິນຕາຂື້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງທີ່ຢູ່ສະເໝີ

  • ສັງຄົມເມື່ອກ່ອນບໍ່ທັນນຳໃຊ້ເງິນເປັນສື່ກາງໃນການແລກປ່ຽນ

(1) ງົວ, ຄວາຍ, ແບ້, ເຂົ້າ,ເປືອກຫອຍ ຫຼື ກາບກີ້…

(2) ໂລຫະຄຳ, ໂລຫະເງິນ… ເຊິ່ງຢູ່ໃນຮູບປະພັນທີເປັນ ກອ້ນ, ແທ່ງ ຫຼື ຫຼຽນ

ມາເປັນເງິນການແລກປ່ຽນແມ່ນເອົາສິນຄ້າແລກປ່ຽນສິນຄ້າ

  •          ສັງຄົມປະຈຸບັນນຳໃຊ້ເງິນເປັນສື່ກາງໃນການແລກປ່ຽນ

ເວົ້າເຖິງເງິນ, ຄົນເຮົາມັກຈະຄິດທັນທີເຖິງເງິນເຈ້ຍ, ທະນາບັດທະນາຄານ, ເງິນອີເລັກໂທນິດ (E-money) ກໍ່ອາດຈະກາຍເປັນຄໍາສັບ ທີ່ບໍ່ແປກຫູ ອີກຕໍ່ໄປຢູ່ໃນລາວ ການແລກປ່ຽນແມ່ນຖືເອົາເງິນເປັນສືກາງໃນການແລກປ່ຽນ

1.2. ທາດແທ້ຂອງເງິນ

ທາດແທ້ຂອງເງິນແມ່ນເປັນສິ່ງໜຶ່ງທີ່ໃຊ້ເປັນສື່ກາງ ໃນການແລກປ່ຽນ ສິນຄ້າ ແລະ ບໍລິ ການ, ເປັນພາຫະ ນະທີ່ຊວ່ຍໃຫ້ໃນຂະບວນການແລກປ່ຽນເປັນໄປຢ່າງງ່າຍດາຍຍິ່ງຂື້ນ.

  • ຄຸນຄ່າໃຊ້ສອຍ:ແມ່ນຄວາມສາມາດ ໃນດ້ານການສະໜອງ ຄວາມຕ້ອງການຂອງການ ແລກປ່ຽນໃນສັງຄົມ, ຄວາມຕ້ອງການໃນການນຳໃຊ້ເປັນສື່ກາງຂອງການແລກປ່ຽນ
  • ຄຸນຄ່າທາງດ້ານເງິນຕາ: ມັນໄດ້ສະແດງອອກໃນນິຍາມຂອງເງິິນ “ອຳນາດຊື້ຂອງເງິນ” ໝາຍເຖິງ ຄວາມສາມາດໃນການແລກປ່ຽນ ສິນຄ້າແລະບໍລິການ ທີ່ໄດ້ຫຼາຍ ຫຼື ໜ້ອຍ

ອຳນາດຊື້ຂອງເງິນ

  • ຄ່າພາຍໃນ

ຄ່າພາຍໃນ ໝາຍເຖິງ ອຳນາດຊື້ຂອງເງິນໜຶ່ງຫົວ ໜວ່ຍ ເມື່ອທຽບໃສ່ສິນຄ້າແລະບໍລິການ

  • ຄາພາຍນອກ

ຄ່າພາຍນອກ ໝາຍເຖິງ ຄວາມສາມາດຊື້ສິນຄ້າແລະບໍລິິການ ຢູ່ຕ່າງປະເທດ ເຊິ່ງວັດແທກໄດ້ດວ້ຍອັດຕາແລກປ່ຽນ ຕໍ່ໜຶ່ງຫົວໜວ່ຍ ເງິນຕາພາຍໃນປະເທດ

II. ການຂະຫຍາຍຕົວຂອງຮູບຖານເງິນຕາ

2.1. ຮູບຖານສິນຄ້າ – ເງິນຕາ

2.2. ເງິນເຈ້ຍ

2.3. ເງິນເຊື່ອ

2.4. ເງິນອີເລັກໂທນິກ

2.1. ຮູບຖານສິນຄ້າເງິນຕາ

ນີ້ແມ່ນຮູບຖານເບື້ອງຕົ້ນຂອງເງິນຕາ.ຈຸດພິເສດຂອງຮູບນີ້: ແມ່ນການນຳເອົາສິນຄ້າມາເປັນເງິນຕາເພື່ອໃຊ້ເຂົ້າໃນການແລກປ່ຽນ ຊຶ່ງຕ້ອງມີລາຄາທີ່ແທ້ຈິງຂອງສິນຄ້າ ແລະລາຄາວັດຖຸທີ່ນຳມາແລກປ່ຽນຕ້ອງມີມູນຄ່າເທ່ົາທຽມກັບລາຄາສິນຄ້າທີ່ຕ້ອງການ

ແລກປ່ຽນ.

  •    ເງິນຕາທີ່ເປັນສິນຄ້າ

ເງິນຕາທີ່ເປັນສິນຄ້າແມ່ນຊະນິດເງິນຕາທີ່ຢູ່ພາຍໃຕ້ຮູບຖານທີ່ເປັນສິນຄ້າ (ຍົກເວັ້ນໂລຫະ).

ປະຫວັດສາດມີສິນຄ້າຫລາຍຊະນິດທີ່ແຕກຕ່າງກັນທີ່ຄົນໄດ້ນຳໃຊ້ເປັນເງິນໃນປຶ້ມ Primitive ຂອງທ່ານ Paul Einzig ຂຽນໃນປີ 1966 ທ່ານໄດ້ຍົກໃຫ້ເຫັນເງິນໃນສະໄໝບູນຮານ:

ແຂ້ວປາວານ (ຢູ່ແຫລມ Fiji), ເຄື່ອງດົນຕີພື້ນເມືອງ (Hawai), ກະດອງເຕົ່າ (Marianas); ເຂົາກວາງ (ຢູ່ຫລາຍບ່ອນຂອງລັດເຊຍ), ຜ້າໄໝ (ຈີນ),…

ເງິນທີ່ເປັນສິນຄ້າມີຂໍ້ຫຍຸ້ງຍາກເຊັ່ນ: ບໍ່ເປັນອັນໜຶ່ງອັນດຽວກັນທາງດ້ານຄຸນລັກຊະນະຂອງສິນຄ້າ, ບໍ່ມີຄວາມທົນທານ, ບໍ່ສະດວກໃນການແບ່ງເປັນຫົວໜ່ວຍຍ່ອຍ, ການຂົນສົ່ງບໍ່ສະດວກ ຫລື ພົກພາຍາກ ແລະ ບໍ່ເປັນທີ່ຍອມຮັບໃນສັງຄົມທົ່ວໄປ.

ດັ່ງນັ້ນ, ເງິນຕາທີ່ເປັນສິນຄ້າຈິ່ງຄ່ອຍໝົດໄປ ແລະ ໄດ້ແທນດ້ວຍຮູບຖານເງິນຕາຊະນິດໃໝ່ຄື ເງິນຕາທີ່ເປັນໂລຫະ.

ໂລຫະຄຳໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ແລະ ຍາວນານທີ່ສຸດ, ສ່ວນໂລຫະເງິນ ແລະ ໂລຫະທອງແມ່ນຖືກນຳໃຊ້ໃນເວລາທີ່ໂລຫະຄຳຂາດ.

1)ຄຳແມ່ນສິນຄ້າທີ່ຜູ້ຄົນນິຍົມຊົມຊອບ, ຄຳບໍ່ແມ່ນໂລຫະທີ່ຫາຍາກ ແລະ ມີມູນຄ່າໃນຕົວຂອງມັນເອງ. ເປັນທີ່ຕ້ອງການຂອງສັງຄົມ.

ດັ່ງນັ້ນ, ການໃຊ້ໂລຫະຄຳເປັນສືກາງໃນການແລກປ່ຽນຈິ່ງມີຄວາມສະດວກ ແລະ ເປັນທີ່ຍອມຮັບຂອງສັງຄົມຢ່າງກວ້າງຂວາງ.

2) ຄຸນລັກສະນະທາງດ້ານກາຍະພາບຂອງໂລຫະຄຳແມ່ນອຳນວຍຄວາມສະດວກທີ່ສຸດໃນການປະຕິບັດໜ້າທີ່ຂອງເງິນ.

  • ໂລຫະຄຳບໍ່ປ່ຽນສີ
  • ບໍ່ຫລຸ້ຍຫ້ຽນ
  • ມີຄວາມທົນທານ

ດັ່ງນັ້ນ, ການເກັບຮັກສາ ແລະ ແບ່ງເປັນຫົວໜ່ວຍຍ່ອຍຈິ່ງບໍ່ມີຜົນສະທ້ອນເຖິງຄຸນນະພາບຂອງຄຳ

3) ໂລຫະຄຳມີສະຖຽນລະພາບທາງດ້ານມູນຄ່າຫລາຍກວ່າສິນຄ້າປະເພດອືນ.

ເບື້ອງຕົ້ນໂລຫະຄຳຖືກຫລອມເປັນກ້ອນ, ເປັນແທ່ງຕໍ່ມາເພື່ອສະດວກໃນການແລກປ່ຽນຄຳໄດ້ຖືກຫລອມເປັນຫລຽນທີ່ມີນ້ຳໝັກ ແລະ ຄວາມບໍລິສຸດໃນລະດັບໃດໜຶ່ງ.

ຄຳເງິນຕາໄດ້ຄອບງຳລະບົບເງິນຕາເປັນເວລາຍາວນານທີ່ສຸດ. ໃນສັດຕະວັດທີ 19 ປີ 1971, ລະບົບເງິນຕາສາກົນ Bretton Woods System ນຳເອົາຄຳມາເປັນມາດຕະຖານໃນການວັດແທກຄ່າຂອງເງິນລົ້ມລະລາຍ.

ເຖິງແມ່ນວ່າໂລຫະຄຳຈະມີຄວາມແທດເໝາະໃນການນຳໃຊ້ເປັນເງິນຕາແຕ່ຄຳເງິນຕາກໍ່ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການແລກປ່ຽນຊື້ – ຂາຍໃນສັງຄົມ ໃນເວລາທີ່ພື້ນຖານເສດຖະກິດຜະລິດສິນຄ້າ ແລະ ການແລກປ່ຽນຂະຫຍາຍຕົວລະດັບສູງ.

2.2. ເງິນເຈ້ຍ

ເພື່ອສ້າງຄວາມສະດວກ ແລະ ປອດໄພບັນດາທະນາຄານໄດ້ນຳໃຊ້ເງິນເຈ້ຍ ເພື່ອການ ແລກປ່ຽນຊື້ຂາຍ ຕໍ່ກັບປະລິມານເງິນທີ່ມີຂະໜາດໃຫຍ່. ເງິນເຈ້ຍໄດ້ກຳເນີດຂື້ນ ໃນເບື້ອງຕົ້ນ ແມ່ນຢູ່ໃນຮູບລັກຊະນະຂອງການເປັນໃບຢັ້ງຢືນ ທີ່ສາມາດແລກປ່ຽນເອົາເງິນ ຫຼື ຄຳໄດ້ຍ້ອນການຈຳໜ່າຍ ຂອງທະນາຄານ.

ຕົວຢ່າງ: ກ່ອນໜ້ານີ້ ໃນອັງກິດ ແມ່ນໄດ້ມີການ ຫຼອມເງິນປອນສະເຕີລິງ ພ້ອມໆກັບການ ຈຳໜ່າຍເງິນປອນທີ່ເຮັດດວ້ຍເຈ້ຍ ເຊິ່ງສາມາດ ແລກຄຳຄືນໄດ້ຢາງເສີ ຕາມອັດຕາສວ່ນ 1ປອນເງິນເຈ້ຍ ຈະແລກຄຳໄດ້ ນຳໜັກ 123,274 grain ຫຼື ເທົ່າກັບ 7,32236 ກຼາມ ຄຳສົດ. ການແລກປ່ຽນ ຄຳຄືນ ແມ່ນທະນາຄານທີ່ຈຳໜ່າຍເງິນເຈ້ຍ ຈະເປັນຜູ້ປະຕິບັດ. ເງິນເຈ້ຍຊະນິດນີ້ ຂະຫຍາຍຕົວຢ່າງແພ່ ຫຼາຍ ໃນທະວີບຢູໂຫຼບ ກອ່ນສົງຄາມໂລກຄັ້ງທີ່ 1 ເຊິ່ງເອີ້ນກັນວ່າ ເງິນຕາຂອງທະນາຄານ ຫຼື ທະນາບັດ ທະນາຄານ ເຊິ່ງການນຳໃຊ້ທະນາບັດ ທະນາຄານແມ່ນເປັນຄວາມສະມັກໃຈຂອງຜູ້ຊົມໃຊ້.

ໃນໄລຍະຕໍ່ມາ ຍ້ອນຜົນກະທົບຂອງສົງຄາມ ກໍ່ຄືການຫຼົ້ມລະລາຍ ຂອງພື້ນຖານເສດຖະກິດ, ໄດ້ມີ ຫຼາຍເທື່ອທີ່ ເງິນເຈ້ຍ ໜົດຄວາມສາມາດໃນການ ແລກປ່ຽນຄຳຄືນ ເຊັ່ນ: ຝລັ່ງ ບໍ່ມີຄວາມສາມາດ ເອົາເງິນ ເຈ້ຍ ໄປແລກປ່ຽນເອົາຄຳຄືນ ໃນຊຸມປີ 1720, 1848-1850, 1870-1875, 1914-1928 ແລະ ທ້າຍສຸດ ແມ່ນ ປີນັບແຕ່ ວັນທີ່ 1/10/1936 ຈົນເຖິງປະຈຸບັນ. ຢູ່ ສະຫະລັດອາເມລິການ ໃນຊວ່ງໄລຍະສະໄໜສົງຄາມ ໃນປີ 1862-63 ລັດຖະບານ ຈຳໜາຍທະນາບັດ ທີ່ບໍ່ສາມາດ ແລກປ່ຽນຄຳຄືນ ຈົນເຖິງປີ 1879 ສົງຄາມໄດ້ຢຸດຕິລົງ ຈິ່ງສາມາປັບປຸງຄືນໄດ້. ພາຍຫຼັງສົງຄາມໂລກຄັ້ງທີ່2 ມີພຽງເງິນດອນລາເທົ່ານັ້ນ ທີສາ ມາດແລກປ່ຽນຄຳຄືນໄດ້. ການຢຸດຕິການແລກປ່ຽນຄຳຄືນນັ້ນ ມີສາຍເຫດມາຈາກ ການທີເກີດມີສົງຄາມ ໂລກຄັ້ງທີ່ 1 ແລະ ການຫຼົ້ມລະລາຍ ທາງດ້ານເສດຖະກິດ ໃນປີ 1929-1933 ເຊິ່ງເປັນສາຍເຫດຕົ້ນຕໍ ທີ່ພາໃຫ້ ມີການນຳໃຊ້ ເງິນເຈ້ຍທີ່ບໍ່ຮັບແລກປ່ຽນເປັນຄຳຄືນ ເຊິ່ງມັນແພ່ລາມໄປຢ່າງກວ້າງຂວາງໃນທົ່ວໂລກ.

ຄຸນປະໂຫຍດຂອງການນຳໃຊ້ເງິນເຈ້ຍ

– ການນຳໃຊ້ເງິນເຈ້ຍ ເຮັດໃຫ້ທຸກຄົນ ມີຄວາມສະດວກ ງາຍດາຍ ໃນການເກັບຮັກສາ ແລະ ພົກພາ ແນ່ນອນວ່າ ທຸກຄົນຕ້ອງການ ທີ່ຈຳຖືເງິນເຈ້ຍ ຫຼາຍກວ່າທີ່ ຈະນຳເອົາໂລຫະ ທີ່ຫຼອມເປັນເງິນ ທີ່ມີນໍ້າໜັກ ໃສ່ໄວ້ໃນກະເປົາຂອງຕົນ.

– ເງິນເຈ້ຍມີທຸກຫົວໜວ່ຍ ແຕ່ນ້ອຍຫາໃຫຍ່ ແທດເໜາະກັບຂະໜາດຂອງການແລກປ່ຽນຂອງທ່ານ.

– ລັດຖະບານສາມາດພິມ ເງິນເຈ້ຍໄດ້ ໂດຍມີການຊິ້ນເປືອງ ໜ້ອຍກວ່າ ການນຳເອົາ ໂລຫະມີຄ່າມາຫຼອມເປັນເງິນຕາ ແລະ ກໍ່ສາມາດພິມຈຳໜາ່ຍໄດ້ ໂດຍບໍ່ຂື້ນກັບປະລິມານຂອງຄຳ ຄືດັ່ງເມື່ອກອ່ນ.

ແຕ່ເຖິງຢ່າງໃດກໍ່ຕາມເງິນເຈ້ຍກໍ່ຍັງມີ

ຈຸດອອ່ນດັ່ງລຸ່ມນີ້:

– ຂາດງ່າຍ

– ມີຄ່າຊິ້ນເປືອງໃນຂອດຈໍລະຈອນສູງ

– ມີຄວາມຫຍຸງຍາກໃນການຊຳລະສະສາງລະຫວ່າງປະເທດ

– ປອມແປງໄດ້ງ່າຍ

– ງ່າຍຕໍ່ການເກີດໄພເງິນເຟີ້

ເພື່ອການຊຳລະຜ່ານລະບົບທະນາຄານ ບັນດາທະນາຄານ ທຸລະກິດ ຈະມີເຮັດສັນຍາຮວ່ມກັນ ກັບ ບັນດາສາຂາຂອງຕົນ ແລະ ທະນາຄານ ທຸລະກິດແຫ່ງອື່ນໆ ດວ້ຍການ ເປີດບັນຊີຮວ່ມກັນ ແລ້ວດຳເນີນການ ໂອນບັນຊີ ລະຫວ່າງທະນາຄານ ແທນທີຈະມີການ ຊຳລະສະສາງກັນເປັນເງິນສົດ ແຕ່ພວກເຂົາ ດຳເນີນການ ພຽງແຕ່ຈົດໜີ້ ເຂົ້າບັນຊີນີ້ ເທົ່ານັ້ນ.

ແຊ໊ກ (Cheque / Check) ແມ່ນໃບຄຳສັ່ງຈ່າຍຂອງເຈົ້າຂອງບັນຊີ ເປັນຜູ້ໂອນຜົນປະໂຫຍດໃຫ້ແກ່ຜູ້ອື່ນ ຕາມຈຳນວນທີ່ໄດ້ຂຽນໄວ້ໃນ ໃບແຊ໊ກດັ່ງກ່າວ ເພື່ອຮຽກຮ້ອງໃຫ້ ທະນາຄານ ຊຳລະຈາກບັນຊີຂອງຕົນ ໃຫ້ແກ່ຜູ້ຮັບຜົນປະໂຫຍດ ຕາມການກຳນົດທີ່ມີຢູ່ໃນແຊ໊ກດັ່ງກ່າວ.

ການນຳໃຊ້ແຊ໊ກໃນການຊຳລະ ມັນມີຄວາມສະດວກຍ້ອນວ່າ:

-ປະຫຍັດຄ່າໃຊ້ຈ່າຍໃນການຊຳລະ ເພາະສາມາດຫຼຸດຜ່ອນການດຳເນີນການ ໃນການໂອນເງິນ ໃນບັນຊີລະຫວ່າງທະນາຄານ ເພາະຈະນຳເອົາໃບແຊ໊ກທີ່ໄດ້ຮັບມາລົບໃບແຊ໊ກທີ່ໄດ້ຈ່າຍນຳກັນ.

ມີຄວາມວອ່ງໄວ, ມີຄວາມປອດໄພ ແລະ ງາ່ຍດາຍ

ມີຄວາມສະດວກໃນການຊຳລະ ເພາະສາມາດຂຽນຈຳນວນເງິນໄດ້ ຕາມຄວາມຕ້ອງການໃດໜຶ່ງ ຂອງຕົນ ຫຼື ສາມາດນຳໃຊ້ໄດ້ ຈົດໜົດຈຳນວນເງິນ ທີ່ມີຢູ່ໃນບັນຊີ ດັ່ງນັ້ນ ເຮັດໃຫ້ການຊຳລະ ທີ່ມີປະລິມານເງິນຫຼາຍ ສາມາດປະຕິບັດໄດ້ຢ່າງສະດວກຍິ່ງຂື້ນ.

ການຈໍລະຈອນຂອງເງິນເຊື່ອ ທີ່ອີງໃສ່ການ ຈໍລະຈອນຂອງແຊ໊ກນັ້ນ ມັນກໍ່ມີຂ້ໍຈຳກັດຢູ່ຫຼາຍດ້ານດັ່ງນີ້:

– ການຊຳລະດວ້ຍແຊ໊ກນັ້ນ ຈຳເປັນຕ້ອງໄດ້ໃຊ້ຊວ່ງໄລຍະເວລາທີ່ແນ່ນອນໃດໜຶ່ງ, ໃຊ້ເວລາໃນການກວດສອບຄວາມຖືກຕ້ອງ ຂອງແຊ໊ກ… ດັ່ງນັ້ນ ການຊຳລະດວ້ຍແຊ໊ກ ກໍ່ຍັງຊ້າຢູ່ ຖ້າຢູ່ໃນກໍລະນີ ມີຄວາມຕ້ອງການ ການຊຳລະທັນທີ.

– ການຊຳລະດວ້ຍແຊ໊ກ ມັນຈະນຳໄປສູ່ການ ກວດການເອກະສານ ການຊຳລະສະສາງ ແລະ ຄ່າຊີ້ນເປືອງໃນການກວດການ ເອກະສານ ກໍ່ນັບມື້ຍິ່ງສູງຂື້ນ.

2.4. ເງິນອີເລັກໂທນິກ

ບາດກ້າວການຂະຫຍາຍຕົວ ຂອງອຸດສະຫະກຳ ກໍ່ຄືການພັດທະນາ ຢ່າງວ່ອງໄວ ຂອງລະບົບຂໍ້ມູນ ຂ່າວສານ ມັນໄດ້ສ້າງເງື່ອນໄຂ ສະດວກໃຫ້ແກ່ ລະບົບທະນາຄານ ໄດ້ມີການປ່ຽນແທນ ພາຫະນະການ ຊຳລະສະສາງ ທີ່ເກົ່າແກ່ ທີ່ນຳໃຊ້ບັນດາ ໃບເຈ້ຍ ແທນດວ້ຍການຊຳລະຮູບແບບໃໜ່ ທີ່ເປັນອີເລັກໂທນິກ (Electronic means of payment – EMOP)

ລະບົບການຊຳລະສະສາງ ທີ່ໃຫຍ່ທີ່ສຸດ ໃນປະຈຸບັນ ແມ່ນ SWIFT (Society For World wide Interbank Finnancail Telecommunication). ລະບົບດັ່ງກ່າວ ອະນຸຍາດໃຫ້ມີການ ປະຕິບັດການ ຊຳລະສະສາງ ດວ້ຍອີເລັກໂທນິກ ລະຫວ່າງທະນາຄານ ບໍ່ພຽງແຕ່ພາຍໃນປະເທດ ມັນຍັງກວມເອົາສາກົນນຳອີກ.

ບັດຊຳລະເງິນ(Payment Card)

ແມ່ນບັດຊຳລະຄ່າສິນຄ້າແລະບໍລິການ ທີ່ທະນາຄານ ຫຼື ບໍລິສັດ ເງິນທຶນເປັນຜູ້ ສ້າງຂື້ນ.

ບັດຖອນເງິນ ATM Card ມັນໄດ້ຖືກນໍາໃຊ້ ເພື່ອຖອນເງິນ ຫຼື ໂອນເງິນຜ່ານບັນຊີ ໂດຍຜ່ານຕູ້ ATM.

ໃຊ້ເວລາພຽງແຕ່ເຄິ່ງນາທີ ການ ດຳເນີນ ທຸລະກຳຕ່າງໆ ກໍ່ຈະສຳເລັດ.

ບັດເຄຣດິດ (Credit Card) ເປັນບັດທີເຮັດດວ້ຍ ພາສຕິກ ທີເປັນຮູບສີຫຼ່ຽມ ທີ່ມີຂະໜາດ ມາດຕະ ຖານ 96x54x0,76 ມມ ດ້ານໜ້າ ແມ່ນພິມຂໍ້ມູນຕ່າງໆ ທ່ີກ່ຽວຂ້ອງກັບ ຜູ້ຈຳໜາ່ຍ (ຊື່ ແລະ ໂລໂກ້) ຂໍ້ມູນກ່ຽວກັບຜູ້ນໍາໃຊ້ບັດ, ດ້ານຫຼັງຈະມີລະຫັດ ສີດຳ ແລະ ບັນດາຂໍ້ມູນທີ່ຈຳເປັນ ກ່ຽວກັບບັດ ແລະ ເຈົ້າຂອງບັດ.

ບັດເດບິດ (Debit Cart) ຮູບແບບຂອງບັດ ເດບິດ ແມ່ນມີລັຊະນະ ທີ່ຄືກັນກັບບັດເຄຣດິດ ແຕ່ວ່າຈະຕ່າງກັນ ໃນການນຳໃຊ້ ເພາະວ່າບັດເດບິດ ແມ່ນເປັນບັດທີ່ ສາມາດນຳໃຊ້ເງິນ ໄດ້ຫຼາຍເທົ່າກັບ ຈຳນວນເງິນທີ່ມີຢູ່ໃນບັນຊີ ເຊິ່ງຈະຕ່າງຈາກບັດເຄຣດິດທີ່ໃຊ້ໄວ້ ເປັນເຄື່ອງມືໃຫ້ແກ່ການກູ້ຢືມ.

III. ໜ້າທີ່ຂອງເງິນ

(1) ເປັນຫົວໜ່ວຍວັດແທກມູນຄ່າ

(2) ເປັນພາຫະນະໃນການແລກປ່ຽນ

(3) ເປັນພາຫະນະສະສົມມູນຄ່າ

(1) ເປັນຫົວໜ່ວຍວັດແທກມູນຄ່າ

ເງິນຕາ ແມ່ນຫົວໜ່ວຍວັດແທກມູນຄ່າ, ໝາຍຄວາມວ່າມັນໄດ້ຖືກນຳໃຊ້ເພື່ອວັດແທກຄຸນຄ່າສິນຄ້າ, ບໍລິ ການກ່ອນຈະດຳເນີນການແລກປ່ຽນນຳກັນ.

(2) ເປັນພາຫະນະໃນການແລກປ່ຽນ

ໃນພື້ນຖານເສດຖະກິດ, ເງິນຕາເປັນພາຫະນະໃນການແລກປ່ຽນ, ມັນໄດ້ນຳໃຊ້ເຂົ້າໃນການຊື້ – ຂາຍສິນຄ້າ, ການບໍລິການ ຫລື ຊຳລະສະສາງບັນດາໜີ້ສິນຢູ່ພາຍໃນ ແລະ ຕ່າງປະເທດ.

(3) ເປັນພາຫະນະສະສົມມູນຄ່າ

ໝາຍວ່າ ເປັນບ່ອນບັນຈຸອຳນາດຊືຢູ່ໃນໄລຍະເວລາໃດໜຶ່ງ.

 

 

 

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s