ບົດປະຖະກະຖາຂອງທ່ານ ໝູນແກ້ວ ອໍລະບູນ

ການອະນຸລັກ – ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດລາວ

  1. ນິຍາມຂອງວັດທະນະທໍາ

ວັດທະນະນໍາ ແມ່ນຜົນລວມຂອງການສ້າງສົມແຫ່ງພູມປັນຍາ ທີ່ໄດ້ຮັບການຖ່າຍທອດສືບຕໍ່ກັນມາຂອງສັງຄົມ ເຊິ່ງກວມທັງວິຖີຊີວິດການເປັນຢູ່ຂອງທັງໝົດຂອງສັງຄົມ, ຈິດໃຈຂອງຄົນ, ຄ່ານິຍົມ, ລັກສະນະນິໃສໃຈຄໍ, ແນວຄວາມຄິດ, ສະຕິປັນຍາ, ທ່າທີ, ວິທີປະຕິບັດຂອງມະນຸດຕໍ່ຮ່າງກາຍ ແລະ ຈິດໃຈຂອງຕົນ ພ້ອມທັງລັກສະນະຄວາມສໍາພັນລະຫວ່າງມະນຸດຕໍ່ທໍາມະຊາດແວດລ້ອມ…ເວົ້າໃຫ້ເຂົ້າໃຈ ແບບງ່າຍໆແລ້ວ ວັດທະນະທໍາກໍ່ໝາຍເຖິງສິ່ງທີ່ດີງາມ ສິ່ງທີ່ມີປະໂຫຍດແກ່ສັງຄົມ, ຄວາມສຸກສົມບູນ, ຄວາມສັດທາ, ຄວາມສາມັກຄີຜູກພັນເປັນອັນໜຶ່ງອັນດຽວກັນ ຂອງປະຊາຊົນລາວບັນດາເຜົ່າ ທີ່ບັນພະບຸລຸດເຮົາໄດ້ສ້າງໄວ້ໃຫ້ພວກເຮົາຮຸ່ນຄົນສືບທອດໄດ້ຮຽນຮູ້ ແລະ ຮັບຄວາມດີ ຄວາມງາມເຫລົ່ານັ້ນ ແລະ ພ້ອມກັນສືບທອດມໍລະດົກພູມປັນຍາທີລໍ້າຄ່າດັ່ງກ່າວ. ເວົ້າລວມແລ້ວ ວັດທະນະທໍາກໍ່ແມ່ນການສ້າງປະສົບການ, ຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາທັງໝົດທີ່ຊ່ວຍໃຫ້ມະນຸດໃຫ້ສັງຄົມນັ້ໆ ຄົງຢູ່ ແລະ ຂະຫຍາຍຕົວສືບຕໍ່ໆກັນມາ.

ເຊັ່ນດຽວກັບທັດສະນະຂອງພັກເຮົາ ວັດທະນະທໍາ ແມ່ນຄຸນຄ່າທັງໝົດທີ່ຄົນເຮົາປະດິດສ້າງຂື້ນ ດ້ວຍແຮງງານໃນຂະບວນການຜະລິດທັງວັດຖຸ ແລະ ຈິດໃຈ ໃນໄລຍະປະຫວັດສາດໃດໜຶ່ງ…ເອກະສານມະຕິ 9 ສະໄໝທີ V ກ່ຽວກັບວັດທະນະທໍາໃນໄລຍະໃໝ່ ໄດ້ກວມເອົາຊີວິດຈິດໃຈຂອງທົ່ວສັງຄົມລາວທີ່ສຸມໃສ່ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, ຮີດຄອງປະເພນີ, ການສຶກສາ, ວິທະຍາການຕ່າງໆ ກ່ຽວກັບວັດທະນະທໍາ ເຊິ່ງໃນນັ້ນເປັນບັນຫາແນວຄິດ, ຄຸນສົມບັດ ແລະ ແບບແຜນດໍາລົງຊີວິດ ຖືວ່າເປັນຂົງເຂດສໍາຄັນເປັນພິເສດໃນຍຸກສະໄໝປະຈຸບັນ.

ວັດທະນະທໍາຍ່ອມ ມີການສືບທອດ ປະດິດສ້າງ ແລະ ປັບປຸງປ່ຽນແປງ ຫຼື ພັດທະນາໄປ ເພື່ອໃຫ້ສອດຄ່ອງຕາມສະພາບການດ້ານການເມືອງ, ເສດຖະກິດ-ສັງຄົມຂອງແຕ່ລະຍຸກສະໄໝ.

  1. ລັກສະນະຊາດ, ປະຊາຊົນ ແລະ ກ້າວໜ້າຂອງວັດທະນະທໍາ
  2. ລັກສະນະຊາດ:

ແມ່ນການສືບທອດຕໍ່ເນື່ອງ, ແມ່ນການປະສົມປະສານຢ່າງກາຍອິນຊີ ແລະ ກົມກຽວລະຫວ່າງມູນເຊື້ອ ແລະ ຍຸກສະໄໝ ເຊິ່ງຫາກຖືກຕັດຂາດຈາກມູນເຊື້ອແລ້ວ ພື້ນຖານວັດທະນະທໍາກໍ່ຈະຂາດບ່ອນອີງ, ຂາດພື້ນຖານເພື່ອການຂະຫຍາຍຕົວ. ແຕ່ໃນຂະນະດຽວກັນ ຖ້າຫາກບໍ່ເຮັດໃຫ້ວັດທະນະທໍາທັນສະໄໝ ກໍ່ຈະບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນຊີວິດຈິດໃຈຂອງສັງຄົມທີ່ຂະຫາຍຕົວໃນປັດຈຸບັນ.

  1. ລັກສະນະປະຊາຊົນ

ແມ່ນວັດທະນະທໍາຂອງພວກເຮົາຢືນຍົງຄົງຕົວ ແລະ ຂະຫຍາຍຕົວໄດ້ ກໍ່ແມ່ນໂດຍປະຊາຊົນເພື່ອປະຊາຊົນ ແລະ ເປັນຂອງປະຊາຊົນ, ຕິດພັນກັບປະຊາຊົນ, ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜ້າຂອງປະຊາຊົນຢ່າງຖືກຕ້ອງ, ເສີມຂະຫຍາຍທີ່ແຮງໃນການປະດິດແຕ່ງ ແລະ ການປະກອບສ່ວນຂອງທົ່ວປວງຊົນ.

  1. ລັກສະນະກ້າວໜ້າ

ອັນທີໜຶ່ງ ວັດທະນະທຳຕ້ອງດ້ຮັບການກໍ່ສ້າງ ແລະ ຂະຫຍາຍຕົວບົນພື້ນຖານຄຸນຄ່າທາງດ້ານຈິໃຈອັນດີງາມ ສູງສົ່ງໃນມູນເຊື້ອຂອງຊາດ ແລະ ມີໂລກະທັດວິທະຍາສາດ ກ້າວໜ້າຂອງຍຸກສະໄໝເປັນສິ່ງເຍືອງທາງ

ອັນທີສອງ ພື້ນຖານວັດທະນະທຳອັນດີງາມຂອງຊາດຕ້ອງໄດ້ຮັບການບູລະນະປັບປຸງ ແລະເພີ່ມພູນຄູນສ້າງ ໂດຍມີການຮັບຮອງເອົາສິ່ງຍອດຍິ່ງແຫ່ງຄວາມສີວິໄລ ຂອງຍຸກສະໄໝ

ອັນທີສາມ ເນື້ອໃນຂອງວັດທະນະທຳຕ້ອງຍືດໝັ້ນໃນອຸດົມການຊຊອງລັດທິມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ-ລັດ

ອັນທີສີ່ ວັັດທະນະທຳບໍ່ສະເພາະແຕ່ສະແດງອອກໃນແນວຄວາມຄິດເທົ່ານັ້ນ ຫາກຍັງຈະຕ້ອງສະແດງອອກໃຫ້ເຫັນປະຈັກຕາໃນພືດຕິກຳອີກດ້ວຍ. ທັງນີ້ ກໍ່ເພາະວ່າ ຄົນເຮົາມັກຈະເຂົ້າໃຈຜິດພາດ ກ່ຽວກັບຄວາມກ້າວໜ້າຂອງວັດທະນະທຳວ່າ ຕ້ອງທັນສະໄໝຢ່າງດຽວ ຊື່ງໃນຄວາມເປັນຈີງແລ້ວ ອັນໃດທັນສະໄໝ ກໍ່ບໍ່ແມ່ນວ່າຈະກ້າວໜ້າໂລດ ແລະ ບໍ່ແມ່ນວ່າ ເມື່ອເຮັດໃຫ້ທັນສະໄໝແລ້ວກໍບໍ່ຕ້ອງສົນນຳເອກກະລັກຂອງຊາດອີກ.

  1. ບົດບາດ ແລະ ຄວາມສຳຄັນຂອງວັດທະນະທຳ

ວັດທະນະທຳ ເປັນພື້ນຖານແຫ່ງຄວາມໝັ້ນຄົງຍືນຍົງຄົງຕົວຂອງຊາດ ທັງເປັນນປັດໃຈ ຫຼື ກຳລັງດັນໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ທັງເປັນຈຸດໝາຍຂອງກາານພັດທະນາ.

ວັດທະນະທຳ ເປັນເອກະລັກທີ່ໂດດເດັ່ນປະຈຳຊາດ ເປັນທີ່ເອກອ້າງທະນົງໃຈ ແລະ ເປັນພື້ນຖານແຫ່ງຄວາມສາມະຄີຂອງປວງຊົນທັງຊາດ

ວັດທະນະທຳ ເປັນວິຖີການດຳລົງຊີວິດຂອງສັງຄົມແຕ່ລະຍຸກ ແຕ່ລະສະໄໝທີ່ໄດ້ຮັບການສືບທອດຈາກລຸ້ນຄົນໜຶ່ງ ສູ່ອີກລຸ້ນຄົນໜຶ່ງ ຫຼື ປະດິດສ້າງຂື້ນໃໝ່ ຫຼື ອາດຮັບເອົາຈາກສັງຄົມພາຍນອກເຂົ້າມາ ກາຍເປັນແບບແຜນການປະພຶດປະຕິບັດ ແລະ ການສະແດງອອກເຖິງຄວາມຮູ້ສຶກນຶກຄິດໃນສະຖານະການຕ່າງໆ ທີ່ສະມາຊິກໃນສັງຄົມດຽວກັນສາມາດເຂົ້າໃຈ ຊຶມຊາບ ແລະ ຍຶດຖືຮ່ວມກັນກາຍເປັນມໍລະດົກຕົກທອດສືບຕໍ່ໆກັນມາ.

  1. ສະພາບຫຍໍ້ທໍ້ທາງດ້ານວັດທະນະທໍາໃນໄລຍະທີ່ຜ່ານມາ

ໄປຄຽງຄູ່ກັບຜົນສໍາເລັດໃນທາງດ້ານເສດຖະກິດ ຕາມແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ ກໍ່ມີຫລາຍປະກົດການທີ່ບໍ່ດີ ແລະ ໜ້າເປັນຫ່ວງເກີດຂື້ນໃນຂົງເຂດຊີວິດວັດທະນະທໍາ ເຊັ່ນ: ຄ່ານິຍົມ ແລະ ແບບແຜນດໍາລົງຊີວິດແລ່ນນໍາເງິນ, ຄວາມມັກ ຄວາມນິຍົມທີ່ບໍ່ສົດໃສຈົບງາມ, ການເຊື່ອຖືງົມງວາຍມີທ່າຂະຫຍາຍຕົວ, ຄົນຈໍານວນບໍ່ໜ້ອຍ ເປັນຕົ້ນແມ່ນຖັນແຖວຊາວໜຸ່ມ ເຍົາວະຊົນບໍ່ຮູ້ຈັກຂະນົບທໍານຽມ, ປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ, ມີການສວຍໃຊ້ຮີດຄອງປະເພນີເປັນເງື່ອນໄຂຫາລາຍໄດ້, ການເຄື່ອນໄຫວວັດທະນະທໍາ, ຝືນກັບຈັນຍາທໍາ ແລະ ລະບຽບກົດໝາຍຂອງບ້ານເມືອງ ເຊິ່ງບັນດາບັນຫາທັງໝົດເຫລົ່ານີ້ ນອກຈາກຈະຍັງບໍ່ທັນສາມາດແກ້ໄຂໄດ້ແລ້ວ ກໍ່ຍັງມີທ່າຂະຫຍາຍຕົວຕື່ມອີກ.

ບູຮານວັດຖຸອັນມີຄ່າຈໍານວນບໍ່ໜ້ອຍຖືກສູນເສຍ ຖືກລັກລອບເອົາໄປ ວັດທະນະທໍາພາຍນອກທີ່ເປັນພິດໄພ, ຊອດກະຈາໄດ້ເລີ່ມແຜ່ລາມເຂົ້າມາໃນປະເທດເຮົາ ອັນໄດ້ສ້າງຜົນກະທົບຕໍ່ມູນເຊື້ອວັດທະນະທໍາ ແລະ ຂະນົບທໍານຽມ ປະເພນີຂອງຊາດ ເຮັດໃຫ້ເອກະລັກບາງຢ່າງ ແລະ ສີສັນວັດທະນະທໍາ ດ້ວຍຫລາຍຮູບການ ແລະ ວິທີການເລີກແລບທີ່ແນບນຽນທີ່ສຸດ ເພື່ອປະຕິບັດການຫັນປ່ຽນໂດຍສັນຕໍ່ປະເທດເຮົາ.

ບັນຫາດ້ານອ່ອນ ແລະ ດ້ານຫຍໍ້ທໍ້ທາງວັດທະນະທໍາ ຂ້າພະເຈົ້າຈະລົງເລິກ ແລະ ຈໍາແນກຂ້ອນຂ້າງລະອຽດຕື່ມ ເນື່ອງຈາກປະຈຸບັນສັງຄົມີ ຄວາມເປັນຫວ່ງເປັນໄຍ ແລະ ຢູ່ໃນແງ່ລົບ. ມັນສະແດງອອກໃນດ້ານຊີວິດວັດທະນະທໍາໃນໄລຍະໄໝ່ ທີ່ຊີ້ໃຫ້ເຫັນສາເຫດຂອງຄວາມບໍ່ຜ່ອງໃສຢ່າງຈະແຈ້ງ ເປັນຕົ້ນອແມ່ນສາເຫດອັດຕະວິໄສໃນຕົວຂອງພວກເຮົາ ເຊິ່ງມີຄົນຈໍານວນໜຶ່ງ ເກີດມີສະພາບບໍ່ສະຫງົບພາຍໃນຈິດໃຈ ເກີດຄວາມລະແວງສົງໃສທີ່ບໍ່ມີເຫດຜົນ, ຄວາມເຊື່ອໝັ້ນຕໍ່ອຸດົມການກໍ່ຫລຸດໜ້ອຍຖອຍລົງເລື້ອຍໆ. ອັນນັ້ນ ແມ່ນປາກົດການທີ່ສະແດງໃຫ້ເຫັນຄວາມເຊື່ອມຖອຍທາງດ້ານຄຸນສົມບັດ ທັດສະນະຫລັກໝັ້ນ ກາຍເປັນຄົນເຊື່ອມທາດຂາດຄຸນ ພາໃຫ້ມີການສໍ້ລາດບັງຫລວງ, ຮັບສິນບົນ, ຄ້າຂາຍເຖື່ອນ ແລະ ສິ່ງບໍ່ດີອຶ່ນໆ ທັງນີ້ ກໍເພາະວ່າອົດບໍ່ລົນທົນບໍ່ໄດ້ ຕໍ່ການບຸກໂຈມຕີຂອງຄວາມຊິນເຄີຍ ທີ່ເຫັນແກ່ແຕ່ຜົນປະໂຫຍດສ່ວນຕົວ, ລັດທິເອກະຊົນ, ແບບແຜນການໃຊ້ຈ່າຍຫລິ້ນກິນຟູມເຟືອຍ, ອໍານາດຂອງເງິນຄໍາ ແລະ ລັດຖິອັດຖະປະໂຫຍດ. ອັນນັ້ນ ແມ່ນປະກົດການຫຍໍ້ທໍ້ຈໍານວນໜຶ່ງທີ່ພາໃຫ້ເຈັບເກົ້າເມົາຫົວ ເຊິ່ງບໍ່ເຄີຍມີມາກ່ອນໃນສາຍພົວພັນຄອບຄົວ, ສາຍພົວພັນຄູອາຈານກັບນັກຮຽນ, ລະຫວ່າງໝູ່ຄູ່ ເພື່ອນຟູງນໍາກັນ ອັນໄດ້ເຮັດໃຫ້ມາດຖານຄຸນຄ່າ ແລະ ແບບແຜນດໍາລົງຊີວິດທີ່ດີງາມຖືກປັ່ນປວນປ່ຽນປີ້ນໄປຈໍານວນໜຶ່ງ, ນັບທັງພາກສ່ວນປະຊາຊົນພົນລະເມືອງ, ຊາວໜຸ່ມ, ນັກຮຽນ, ນັກສຶກສາຈໍານວນໜຶ່ງ, ກໍ່ຍັງເຂົ້າໃຈ ແລະ ຮັບຮູ້ໜ້ອຍກ່ຽວກັບປະຫວັດສາດຂອງຊາດ, ກ່ຽວກັບຄຸນຄ່າມູນເຊື້ອທີ່ປະຫວັດສາດ ແລະ ການປະຕິວັດໄດ້ສ້າງຂື້ນມາ, ຮີດເກົ່າຄອງເດີມທີ່ບໍ່ປອດໃສາຈໍານວນໜຶ່ງທີ່ປະລະໄປແລ້ວ ພັດກັບຟື້ນຕົວຄືນມາ ເຊິ່ງມີບາງດ້ານກໍເພີ້ມເຕີມເສີມແຕ່ງໃຫ້ສັບສົນໜັກໜ່ວງຮ້າຍແຮງກວ່າເກົ່າ ເປັນຕົ້ນແມ່ນ: ການເຊື່ອຖືແບບງົມງວາຍ, ງານແຕ່ງດອງ, ງານຊາປະນະນະກິດສົບ, ບຸນສິນກິນທານຈໍານວນບໍ່ໜ້ອຍ ແມ່ນມຸງໃສ່ແຕ່ທຸລະກິດຫາລາຍໄດ້ດ້ານດຽວອອ້ຍຕ້ອຍ ຫຼື ອວດອ້າງຖານະປາລະມີຂອງຕົນ ຈາກນັ້ນ, ເຮັດໃຫ້ບໍ່ສາມາດຈໍາແນກອອກໄດ້ວ່າ ມູນເຊື້ອອັນເກົ່າແກ່ຂອງຊາດນັ້ນ ມີອັນໃດີອັນໃດບໍ່ດີ, ອັນໃດຖືກຕ້ອງເໝາະສົມໃຊ້ໄດ້ ອັນໃດຄວນອະນຸລັກຮັກສາ ແລະ ອັນໃດຄວນລົບລ້າງປະຖີ້ມ.. ໃນຂະນະດຽວກັນນັ້ນ ພັດເກີດມີແນວຄິດນິຍົມຂອງນອກ (ຂອງຕ່າງປະເທດ) ຢ່າງເປັນຂະບວນ ໂດຍສະເພາະແມ່ນຢູ່ໃນຂົງເຂດສິລະປະວັນນະຄະດີ ເຊັ່ນວ່າ: ການມ່ວນຊື່ນ, ການຟ້ອນ, ການເຕັ້ນ, ການຮ້ອງລໍາເພງ, ແບບນຸ່ງຖື…ທີ່ບໍ່ສອດຄ່ອງກັບວັດທະນະທໍາລາວ ເຊິ່ງບາງຄັ້ງຈົນເຖິງຂັ້ນໜ້າມືດຕາລາຍ ໄຮ້ເຫດຜົນ, ລອກລຽນແບບ ໂດຍບໍ່ຮູ້ເລືອກເຟັ້ນ (ມີລັກສະນະເສລີຊະຊາຍ) ແລະ ເປັນການໂຄສະນາເຜີຍແຜ່ວັດທະນະທໍາຂອງຕ່າງຊາດໂດຍບໍ່ຮູ້ສືກຕົວ, ໄດ້ມີຄວາມຄິດເຫັນ ແລະ ຂໍ້ສະເໜີຂອງສັງຄົມ ຜ່ານໂທລະສັບສາຍດ່ວນໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VI ທີ່ຜ່ານມາ ຕໍ່ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ເຖິງ 20 ຂໍ້, ສ່ວນຫລາຍໃຫ້ແກ້ໄຂດ້ານຫຍໍ້ທໍ້ທາງດ້ານວັດທະນະທໍາ ຂ້າພະເຈົ້າຂໍນໍາອະນຸຍາດນໍາກອງປະຊຸມ ຍົກບາງຄໍາເຫັນດັ່ງກ່າວ:

ປັດຈຸບັນນີ້ ຂະບວນການຫລິ້ນຟູມເຟືອຍພວມເປັນບັນຫາຂອງສັງຄົມ ຊຶ່ງໃນນີ້ລວມທັງ ພະນັກງານ, ນັກຮຽນ, ນັກສຶກສາຢ່າງເປັນຂະບວນທີ່ສຸດ ໂດຍສະເພາະແມ່ນເວລາເລີກການຍາມແລງ ຮ້ານເບຍແຕ່ລະຮ້ານເກືອບເຕັມ. ນອກນັ້ນ, ການດື່ມເບຍຍັງຕິດພັນຢ່າງແໜ້ນແຟ້ນກັບຂະບວນການແຂ່ງຂັນກິລາຕ່າງໆ ເຊັ່ນ: ເຕະບານ, ໂຍນໝາກບູນ ແລະ ກິລາອຶ່ນໆ. ເມື່ອແຂ່ງຂັນແລ້ວ ຈະຊະນະຫຼືເສຍກໍ່ດື່ມເບຍ. ພ້ອມກັບຂະບວນການດັ່ງກ່າວນັ້ນ ການໂຄສະນາຂາຍເບຍກໍ່ຍັງເປັນຂະບວນການຟົດຟື້ນເໝືອນກັນ, ທຸກໆສືລວມທັງລັດ ແລະ ເອກະຊົນ ລ້ວນແຕ່ໂຄສະນາໃຫ້ຄົນລາວດື່ມເບຍ, ປ້າຍໂຄສະນາຂອງບໍລິສັດເບຍຢັງຢາຍກັນເກືອບທຸກຫົນທຸກແຫ່ງ. ໃຜໆກໍ່ເຂົ້າໃຈວ່າທຸລະກິດເບຍລາວມີລາຍໄດ້ດີ ແລະ ໃຫ້ການອຸປະຖໍາເກືອບທຸກໆ ງານຂອງສັງຄົມ…..ຄວນມີວິທີການແກ້ໄຂແນວໃດ ເພື່ອບໍ່ໃຫ້ຊາດອຶ່ນເບິ່ງວ່າ ສັງຄົມລາວຄືສັງຄົມຫລິ້ນກິນຟູມເຟືອຍ?

ບັນຫາໂສເພນີ ເກີດຂື້ນຫລາຍໃນແຕ່ລະແຂວງ ເນື່ອງຈາກການຂາດວຽກເຮັດງານທໍາ ຈຶ່ງມາຫາລາຍໄດ້ຕາມຮ້ານອາຫານ, ຮ້ານກິນດື່ມຕ່າງໆ. ພັກ ແລະ ລັດຖະບານເຮົາຈະມີວິທີການແນວໃດ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຄ່ອຍໆ ຫລຸດລົງ ເພາະເຫັນວ່ານັບມື້ນັບຫລາຍຂື້ນ ອັນເປັນຜົນສະທ້ອນບໍ່ດີຕໍ່ຮີດຄອງປະເພນີຂອງລາວ, ເປັນການລະເມີດລະບຽບກົດໝາຍ…

ອັນນັ້ນ ແມ່ນໄພສັງຄົມທີ່ມີທ່າອ່ຽງເພີ່ມຂື້ນ, ການເມົາມົວນໍາແຕ່ຄວາມຕ້ອງການທາງດ້ານວັດຖຸພ້ອມດ້ວຍຕັນຫາພາໂລອັນຕໍ່າຕ້ອຍ, ແບບແຜນດໍາລົງຊີວິດທີ່ບໍ່ສົນນໍາຄຸນສົມບັດ, ບໍ່ສົນນໍາຫາງສຽງຂອງສັງຄົມ ແລະ ລະບຽບກົດໝາຍບ້ານເມືອງ ໄດ້ຊຸກຄົນຈໍານວນໜຶ່ງເຂົ້າສູ່ເສັ້ນທາງກໍ່ໂທດກໍາອັນໜັກໜາສາຫັດ. ປະກົດການຫຍໍ້ທໍ້ທີ່ເປັນພິດເປັນໄພຕໍ່ສັ່ງຄົມນັ້ນ ພວມເຮັດໃຫ້ສະພາວະສັງຄົມ-ວັດທະນະທໍາ ຂອງພວກເຮົາມົວໝອງບໍ່ແມ່ນໜ້ອຍ, ມັນໄດ້ສ້າງຄວາມບໍ່ພໍ່ໃຈຢູ່ພາຍໃນໝູ່ມະຫາຊົນ, ເຮັດໃຫ້ພື້ນຖານຈິດໃຈສັງຄົມເສື່ອມເສຍໄປເທື່ອລະໜ້ອຍ ເຊິ່ງເປັນເງື່ອນໄຂສະດວກໃຫ້ແກ່ຜະລິດຕະພັນວັດທະນະທໍາທີ່ເປັນພິດໄພ ຫຼື ຊອດກະຈາ ແຊກຊຶມເຂົ້າມາທໍາລາຍມ້າງເພວັດທະນະທໍາອັນດີງາມຂອງຊາດ ໄດ້ຢ່າງງ່າຍດາຍ ແລະ ເຮັດໃຫ້ການສ້າງວັດທະນະທໍາໃໝ່ຂອງພວກເຮົາປະສົບກັບຄວາມຫຍຸ້ງຍາກ.

  1. ການອະນຸລັກ ແລະ ສົງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດ.
  2. ການລະໂອກາດ ແລະ ສິ່ງທ້າທາຍ

ປັດຈຸບັນພວກເຮົາພວມຢືນຢູ່ຕໍ່ໜ້າສະພາບການສາກົນທີ່ມີການປ່ຽນແປງຢ່າງໄວວາ ແລະ ສັບສົນເຊິ່ງໃນນັ້ນ ກໍມີທັງຂໍ້ສະດວກ ແລະ ກໍມີທັງຂໍ້ຫຍຸ້ງຍາກ, ມີກາລະໂອກາດອັນໃໝ່ ເພື່ອສ້າງສາພັດທະນາປະເທດຊາດ, ແຕ່ກໍ່ມີທັງການທ້າທາຍທົດສອບຕ່າງໆ ນາໆ ທີ່ພວກເຮົາຕ້ອງໄດ້ເດັດດ່ຽວບຸກບືນຜ່ານຜ່າ. ສະນັ້ນຈຶ່ງຢາກຂໍ້ໃຫ້ພວກສະຫາຍຈົ່ງເອົາໃຈໃສ່ຕື່ມ ຕໍ່ບັນຫາພວກອິດທິກໍາລັງປໍລະປັກນໍາໃຊ້ວັດທະນະທໍາດໍາເນີນສົງຄາມຫັນປ່ຽນໂດຍສັນຕິຕໍ່ພວກເຮົາ ໂດຍສະເພາະແມ່ນເຂົາເຮັດໃຫ້ມີການຫັນປ່ຽນດ້ານແນວຄິດທັດສະນະ ຫລັກໝັ້ນ ແລະ ຄຸນທາດການເມືອງ. ພວກເຂົາໄດ້ນໍາໃຊ້ຫລາຍຮູບການ ນັບແຕ່ຕົວະຍົວະຫລອກລວງໃຫ້ເຂົ້າໃຈຜິດສ້າງຄວາມແຕກແຍກສາມັກຄີພາຍໃນ, ການຍົກບັນຫາແບບເລິກແລບ, ຈົນເຖິງການສ້າງເລື່ອງກ່າວຫາໃສ່ຮ້າຍປ້າຍສີ….ເປົ້າໝາຍກໍ່ແມ່ນບຸກເຂົ້າໃສ່ຊັ້ນຄົນ, ທຸກເຜົ່າ, ສາສະໜາ, ທຸກເພດ-ໄວ, ຕີເຂົ້າໃສ່ແນວຄິດຈິດໃຈຂອງພະນັກງານ, ມີທັງການຫລອກລວງ ຊວນເຊື່ອມມະຫາຊົນ ແລະ ອຶ່ນໆ ເນື້ອໃນແມ່ນນໍາໃຊ້ຂໍ້ອ້າງອີງສິດທິມະນຸດ, ບັນຫາປະຊາທິປະໄຕ, ບັນຫາເຜົ່າ ແລະ ສາສະໜາ, ມີທັງສ້າງຄວາມປັ່ນປວນທາງດ້ານແນວຄິດອຸດົມການດ ທັງສ້າງຄວາມລະແວງສົງໃສຕໍ່ການນໍາພາຂອງພັກ, ການຄຸຸ້ມຄອງຂອງລັດ, ທັງຫັນປ່ຽນຕີຕໍ່າ ແລະ ມ້າງເພທໍາລາຍເອກະລັກວັດທະນະທໍາແຫ່ງຄວາມເປັນຊາດ.

ປັດຈຸບັນນີ້ທ່າອ່ຽງໂລກາພິວັດພວມຂະຫຍາຍຢ່າງແຂງແຮງ, ການເຊື່ອມຍຸດຂອງບັນດາກຸ່ມອຸດສາຫະກໍາວັດທະນະທໍາທີ່ຍິ່ງໃຫຍ່ ຢູ່ບັນດາປະເທດອຸດສະຫະກໍາຂະຫຍາຍຕົວ ບັນດາຜະລິດຕະພັນສື່ສິ່ງພມ ສື່ໂຄສະນາ ການຮັບຟັງ, ການເບິ່ງຮູບເງົາ…ໄດ້ຫລັ່ງໄຫລເຂົ້າສູ່ປະເທດພວມພັດທະນາເວົ້າລວມ, ເວົ້າສະເພາະຫລັ່ງໄຫລເຂົ້າສູ່ປະເທດເຮົານັບມື້ນັບເພີ່ມຂື້ນ. ຂະແຫນງອຸດສະຫະກໍາວັດທະນະທໍາລວມມີອຸດສະຫະກໍາການບັນເທີງ, ການສະແດງ, ຮູບເງົາ, ໂທລະພາບ, ພິມຈໍາໜ່າຍ, ໂຄສະນາສິນຄ້າ…ໄດ້ຂະຫຍາຍຕົວດ້ວຍວິທະຍາສາດ ເຕັກໂນໂລຍີທີ່ທັນສະໄໝ. ການແກ້ງແຍ້ງສາກົນໃນຂົງເຂດດັ່ງກ່າວນີ້ ແມ່ນນັບມື້ນັບຈະເພີ່ມທະວີ ຖ້າເຮົາບໍ່ມີຄວາມຈໍາເປັນກໍ່ສ້າງຂະແໜງອຸດສະຫະກໍາວັດທະນະທໍາຂອງຊາດແລ້ວ ແນ່ນອນວ່າຜະລິດຕະພັນຂອງຕ່າງປະເທດຈະເຊື່ອມເຂົ້າມາ ແລະ ເຮັດໃຫ້ເອກະລັກວັດທະນະທໍາຂອງຊາດປ່ຽນຮູບປ່ຽນສີໄປ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ຮີບຮ້ອນກໍ່ສ້າງຂະແໜງອຸດສາຫະກໍາວັດທະນະທໍາຂອງປະເທດເຮົາ ໃຫ້ມີລະດັບໃກ້ຄຽງກັບບັນດາປະເທດໃນຂົງເຂດ ພາກພື້ນກໍ່ຄືໃນໂລກ.

ບັນຫາສໍາຄັນແມ່ນຕ້ອງຮູ້ ແລະ ເຂົ້າໃຈວ່າ ການຮຸກຮານດ້ານວັດທະນະທໍາ ມີຄວາມສາມ່າດເອົາຊະນະໄດ້ຫລາຍກວ່າການຮຸກຮານດ້ານການທະຫານ ແລະ ເສດຖະກິດ. ດັ່ງນັ້ນ ເລ່ກົນຂອງພວກຈັກກະພັດສາກົນ ຈຶ່ງນໍາໃຊບັນດາປັດໃຈວັດທະນະທໍາເຊັ່ນ: ສາສະໜາ, ຮູບພາບ, ສໍານຽງ, ການສະແດງ ແສງສີສຽງ…ເພື່ອເຮັດໃຫ້ມີການປ່ຽນແປງແບບແຜນດໍາລົງຊີວິດຂອງສັງຄົມ. ບົນພື້ນຖານດັ່ງກ່າວ ແມ່ນຈະນໍາໄປສູ່ການປ່ຽນແປງທັດສະນະທາງການເມືອງ ແລະ ລະບົບການເມືອງ… ດັ່ງນັ້ນ ວັດທະນະທໍາຈຶ່ງເປັນສະໜາມລົບໜຶ່ງທີ່ດຸເດືອດ, ສັບສົນ ເຊິ່ງພວກເຮົາຕ້ອງມີສະຕິລະວັງຕົວສູງ ເພື່ອຕ້ານກັບເລ່ກົນຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງດີໃນຂົງເຂດແນວຄິດ ແລະ ວັດທະນະທໍາ.

  1. ກ່ຽວກັບວຽກງານປົກປັກຮັກສາ ແລະ ພັດທະນາວັດທະນະທໍາໃນໄລຍະໄໝ່.

ເພື່ອຕອບສະໜອງກັບຄວາມຕ້ອງການອັນໃໝ່ຂອງປະເທດຊາດ ໃນພາລະກິດແຫ່ງການປົກປັກຮັກສາ ລແະ ສ້າງສາປະເທດຊາດຂອງພວກເຮົານັ້ນ ໄປຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ ພວກເຮົາຕ້ອງໄດ້ພ້ອມພາກັນປົກປັກຮັກສາ ແລະ ພັດທະນາວັດທະນະທໍາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຂະຫຍາຍຕົວຂື້ນເລື້ອຍໆ. ສະນັ້ນ ການອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ຕິດພັນກັບສິ່ງຫຍໍ້ທໍ້ທາງດ້ານວັດທະນະທໍາ ຕ້ອງໄດ້ເອົາໃຈໃສ່ດັ່ງນີ້:

  • ສຶກສາອົບຮົມໃຫ້ປະຊາຊົນບັນດາຊັ້ນຄົນໃຫ້ເຫັນແຈ້ງວ່າ ວັດທະນະທໍາອັນດີງາມຂອງຊາດເຮົາ ແມ່ນມໍລະດົກຕົກທອດອັນລໍ້າຄ່າຈາກບັນພະບຸລຸດ ເຊິ່ງຄົນໃນຊາດຕ່າງກໍ່ມີຄວາມເອກອ້າງທະນົງໃຈ ນັ້ນແມ່ນປັດໃຈອັນໜຶ່ງຂອງຄວາມເປັນມະນຸດ, ເປັນພື້ນຖານດ້ານຈິດໃຈຂອງສັງຄົມເປັນກໍາລັງດັນ ແລະ ເປັນຈຸດໝາຍຂອງການພັດທະນາປະເທດຊາດ, ສຶກສາອົບຮົມ ແລະ ບັນດາຊັ້ນຄົນໃຫ້ເຂົ້າໃຈແຈ້ງວ່າ ພັກ-ລັດ ເຮົາຍາມໃດກໍ່ຖືວັດທະນະທໍາເປັນບັນຫາສໍາຄັນຂອງຊາດ ຂອງການປະຕິວັດ.

–     ປົກປັກຮັກສາ ຟື້ນຟູບູລະນະຄຸນຄ່າມໍລະດົກວັດທະນະທຳ ເປັນຕົ້ນດ້ານສິນລະປະກຳ, ສິນລະປະສາດ, ບູຮານວັດຖຸ, ປູສະນີຍະສະຖານທີ່ສຳຄັນທາງປະຫວັດສາດ, ທັດສະນີຍະພາບ, ມູນເຊື້ອ ແລະ ເອກະລັກວັດທະນະທຳແຫ່ງຊາດ, ຈຳກັດປັດເປົ່າສິ່ງຫ້ລາຫຼັງ ງົມງວາຍ

–     ຄົ້ນຄ້ວາແຫຼ່ງກເນີດສິນລະປະຂອງຊາດ, ຮ່ອງຮອຍປະຫວັດສາດ, ເອກະລັກ, ມູນເຊື້ອ ແລະ ມໍລະດົກວັດທະນະທຳປະເພດຕ່າງໆ ທັງຂອງຊາດ ແລະ ຂອງເຜົ່າຕ່າງໆ ( ເອກະລັກຄົນລາວ, ສິລະປະວັນນະຄະດີ, ພາສາ, ສະຖາປັດຕະຍາກຳ ແລະ ອື່ນໆ ຂອງລາວແມ່ນແນວໃດ? ). ພ້ອມກັນນັ້ນ ກໍ່ໂຄສະນາເຜີຍແຜ່ວັດທະນະທຳລາວ ແລະ ສົ່ງຜະລິດຕະພັນຂອງຊາດອອກສູ່ພາຍນອກ ແລະ ເຮັດໃຫ້ຊາດຕ່າງປະເທດຮູ້ຈັກ ແລະ ເຂົ້າໃຈວັດທະນະທຳລາວ, ທັງເຮັດໃຫ້ຄົນລາວຮູ້ຈັກຮັບເອົາຜະລິດຕະພັນວັດທະນະທຳທີ່ມີຄູນຄ່າຈົບງາມຈາກພາຍນອກ ແລະ ສ້າງເງື່ອໄຂໃຫຫ້ປະຊາຊົນເຮົາຮູ້ຈັກວັດທະນະທຳຂອງຊາດອື່ນຫຼາຍຂື້ນ. ໝາຍຄວາມວ່າ ການປົກປັບຮັກສາ ແລະ ເສີມຂະຫຍາຍເອກະລັກຂອງຊາດຕ້ອງຕິດພັນກັບການເປີດກ້ວາງພົວພັນຮ່ວມມືດ້ານວັດທະທຳກັບນານາຊາດ ແລະ ສາກົນ.

–     ຊຸກຍູ້ຂະບວນການເຄື່ອນໄຫວວັດທະນະທຳຢູ່ຮາກຖານ ໂດຍຖືເອົາການສ້າງຄົນ, ຄອບຄົວ ແລະ ວັດທະນະທຳເປັນໃຈກາງ, ປຸກລະດົມຊຸກຍູ້ທົ່ວສັງຄົມເຂົ້າຮ່ວມການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ສ້າງຊີວິດວັດທະນະທຳໃໝ່ຢູ່ເຂດພູດອຍ ແລະ ຊົນເຜົ່າ, ຊູກຍູ້ສິນລະປະວັນນະຄະດີຂອງມະຫາຊົນຢູ່ຂັ້ນບ້ານ, ກົມກອງ ແລະ ຫົວໜ່ວຍຮາກຖານ ຈັດຕັ້ງການແຂ່ງຂັນສິນລະປະວັນນະຄະດີ ກໍ່ຄືຈັດນິເທດສະການວັດທະນະທຳລະດັບຊາດ ລະດັບທ້ອງຖີ່ນໃຫ້ເປັນຂະບວນຟົດຟື້ນ

–     ແກ້ໄຂສະພາບບໍລິຫານຄອບງຳ ແລະ ທ່າອ່ຽງຫັນເອົາການເຄື່ອນໄຫວວັດທະນະທຳເປັນການຄ້າອ້ອຍຕ້ອຍ, ແກ້ໄຂການພົວພັນລະຫວ່ງວັດທະນະທຳ ກັບການຕະຫຼາດ ເພື່ອຫັນໄປສູ່ການສ້າງລາຍຮັບຢ່າງຖືກຕ້ອງຕາມລະບຽບກົດໝາຍເທື່ອລະກ້າວ. ເພີ່ມທະວີການຄູ້ນຄອງລັດ ເປັນຕົ້ນ ແມ່ນການຄູ້ນຄອງລະບຽບກົດໝາຍ ແລະ ນະໂຍບາຍຕ່າງໆ ໃຫ້ເດັດຂາດ ເຂັ້ມງວດຕໍ່ກໍລະນີເຄື່ອນໄຫວຜິດຕໍ່ລະບຽບກກົດໝາຍ.

–     ສູນກາງແນວລາວສ້າງຊາດ, ສະຫະພັນແມ່ຍີງ, ຊາວຫນູ່ມ, ກຳມະບານ ແລະ ອົງການພຸດທະສາດສະຫນາສຳພັນ ຄວນແນະນຳໄປຍັງການຈັດຕັ້ງຂອງຕົນຢູ່ທ້ອງຖິ່ນ ແລະ ຮາກຖານເພື່ອປຸກລະດົມຊູກຍູ້ ແລະ ຊີ້ນຳທິດທາງໃຫ້ຄູບາ, ອາຈານ, ແນວໂຮມ, ຊາວໜູ່ມ, ແມ່ຍິງຢູ່ແຕ່ລະບ້ານ ແຕ່ລະຮາກຖານ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານວັດທະນະທຳໃຫ້ເປັນຂະບວນການຂອງມະຫາຊົນຢ່ງງກ້ວາງຂວາງ.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s