ບົດທີ 1 (ເອກະສານປະກອບໃນການຮຽນວິໍຊາທິດສະດີເງິນຕາ)

ບົດທີ 1: ຄວາມຮູ້ກ່ຽວກັບເງິນຕາໂດຍສັງເຂບ

  1. ນິຍາມ ແລະ ທາດແທ້ຂອງເງິນຕາ

1.1. ນິຍາມ

ເງິນແມ່ນໜົດທຸກສິ່ງຢ່າງທີ່ສັງຄົມຍອມຮັບທົ່ວໄປ ໃຊ້ເປັນສື່ກາງໃນການແລກປ່ຽນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງ ຫົວໜວ່ຍເງິນຕາຂື້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງທີ່ຢູ່ສະເໝີ

  • ສັງຄົມເມື່ອກ່ອນບໍ່ທັນນຳໃຊ້ເງິນເປັນສື່ກາງໃນການແລກປ່ຽນ

(1) ງົວ, ຄວາຍ, ແບ້, ເຂົ້າ,ເປືອກຫອຍ ຫຼື ກາບກີ້…

(2) ໂລຫະຄຳ, ໂລຫະເງິນ… ເຊິ່ງຢູ່ໃນຮູບປະພັນທີເປັນ ກອ້ນ, ແທ່ງ ຫຼື ຫຼຽນ

ມາເປັນເງິນການແລກປ່ຽນແມ່ນເອົາສິນຄ້າແລກປ່ຽນສິນຄ້າ

  •          ສັງຄົມປະຈຸບັນນຳໃຊ້ເງິນເປັນສື່ກາງໃນການແລກປ່ຽນ

ເວົ້າເຖິງເງິນ, ຄົນເຮົາມັກຈະຄິດທັນທີເຖິງເງິນເຈ້ຍ, ທະນາບັດທະນາຄານ, ເງິນອີເລັກໂທນິດ (E-money) ກໍ່ອາດຈະກາຍເປັນຄໍາສັບ ທີ່ບໍ່ແປກຫູ ອີກຕໍ່ໄປຢູ່ໃນລາວ ການແລກປ່ຽນແມ່ນຖືເອົາເງິນເປັນສືກາງໃນການແລກປ່ຽນ

1.2. ທາດແທ້ຂອງເງິນ

ທາດແທ້ຂອງເງິນແມ່ນເປັນສິ່ງໜຶ່ງທີ່ໃຊ້ເປັນສື່ກາງ ໃນການແລກປ່ຽນ ສິນຄ້າ ແລະ ບໍລິ ການ, ເປັນພາຫະ ນະທີ່ຊວ່ຍໃຫ້ໃນຂະບວນການແລກປ່ຽນເປັນໄປຢ່າງງ່າຍດາຍຍິ່ງຂື້ນ.

  • ຄຸນຄ່າໃຊ້ສອຍ:ແມ່ນຄວາມສາມາດ ໃນດ້ານການສະໜອງ ຄວາມຕ້ອງການຂອງການ ແລກປ່ຽນໃນສັງຄົມ, ຄວາມຕ້ອງການໃນການນຳໃຊ້ເປັນສື່ກາງຂອງການແລກປ່ຽນ
  • ຄຸນຄ່າທາງດ້ານເງິນຕາ: ມັນໄດ້ສະແດງອອກໃນນິຍາມຂອງເງິິນ “ອຳນາດຊື້ຂອງເງິນ” ໝາຍເຖິງ ຄວາມສາມາດໃນການແລກປ່ຽນ ສິນຄ້າແລະບໍລິການ ທີ່ໄດ້ຫຼາຍ ຫຼື ໜ້ອຍ

ອຳນາດຊື້ຂອງເງິນ

  • ຄ່າພາຍໃນ

ຄ່າພາຍໃນ ໝາຍເຖິງ ອຳນາດຊື້ຂອງເງິນໜຶ່ງຫົວ ໜວ່ຍ ເມື່ອທຽບໃສ່ສິນຄ້າແລະບໍລິການ

  • ຄາພາຍນອກ

ຄ່າພາຍນອກ ໝາຍເຖິງ ຄວາມສາມາດຊື້ສິນຄ້າແລະບໍລິິການ ຢູ່ຕ່າງປະເທດ ເຊິ່ງວັດແທກໄດ້ດວ້ຍອັດຕາແລກປ່ຽນ ຕໍ່ໜຶ່ງຫົວໜວ່ຍ ເງິນຕາພາຍໃນປະເທດ

II. ການຂະຫຍາຍຕົວຂອງຮູບຖານເງິນຕາ

2.1. ຮູບຖານສິນຄ້າ – ເງິນຕາ

2.2. ເງິນເຈ້ຍ

2.3. ເງິນເຊື່ອ

2.4. ເງິນອີເລັກໂທນິກ

2.1. ຮູບຖານສິນຄ້າເງິນຕາ

ນີ້ແມ່ນຮູບຖານເບື້ອງຕົ້ນຂອງເງິນຕາ.ຈຸດພິເສດຂອງຮູບນີ້: ແມ່ນການນຳເອົາສິນຄ້າມາເປັນເງິນຕາເພື່ອໃຊ້ເຂົ້າໃນການແລກປ່ຽນ ຊຶ່ງຕ້ອງມີລາຄາທີ່ແທ້ຈິງຂອງສິນຄ້າ ແລະລາຄາວັດຖຸທີ່ນຳມາແລກປ່ຽນຕ້ອງມີມູນຄ່າເທ່ົາທຽມກັບລາຄາສິນຄ້າທີ່ຕ້ອງການ

ແລກປ່ຽນ.

  •    ເງິນຕາທີ່ເປັນສິນຄ້າ

ເງິນຕາທີ່ເປັນສິນຄ້າແມ່ນຊະນິດເງິນຕາທີ່ຢູ່ພາຍໃຕ້ຮູບຖານທີ່ເປັນສິນຄ້າ (ຍົກເວັ້ນໂລຫະ).

ປະຫວັດສາດມີສິນຄ້າຫລາຍຊະນິດທີ່ແຕກຕ່າງກັນທີ່ຄົນໄດ້ນຳໃຊ້ເປັນເງິນໃນປຶ້ມ Primitive ຂອງທ່ານ Paul Einzig ຂຽນໃນປີ 1966 ທ່ານໄດ້ຍົກໃຫ້ເຫັນເງິນໃນສະໄໝບູນຮານ:

ແຂ້ວປາວານ (ຢູ່ແຫລມ Fiji), ເຄື່ອງດົນຕີພື້ນເມືອງ (Hawai), ກະດອງເຕົ່າ (Marianas); ເຂົາກວາງ (ຢູ່ຫລາຍບ່ອນຂອງລັດເຊຍ), ຜ້າໄໝ (ຈີນ),…

ເງິນທີ່ເປັນສິນຄ້າມີຂໍ້ຫຍຸ້ງຍາກເຊັ່ນ: ບໍ່ເປັນອັນໜຶ່ງອັນດຽວກັນທາງດ້ານຄຸນລັກຊະນະຂອງສິນຄ້າ, ບໍ່ມີຄວາມທົນທານ, ບໍ່ສະດວກໃນການແບ່ງເປັນຫົວໜ່ວຍຍ່ອຍ, ການຂົນສົ່ງບໍ່ສະດວກ ຫລື ພົກພາຍາກ ແລະ ບໍ່ເປັນທີ່ຍອມຮັບໃນສັງຄົມທົ່ວໄປ.

ດັ່ງນັ້ນ, ເງິນຕາທີ່ເປັນສິນຄ້າຈິ່ງຄ່ອຍໝົດໄປ ແລະ ໄດ້ແທນດ້ວຍຮູບຖານເງິນຕາຊະນິດໃໝ່ຄື ເງິນຕາທີ່ເປັນໂລຫະ.

ໂລຫະຄຳໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ແລະ ຍາວນານທີ່ສຸດ, ສ່ວນໂລຫະເງິນ ແລະ ໂລຫະທອງແມ່ນຖືກນຳໃຊ້ໃນເວລາທີ່ໂລຫະຄຳຂາດ.

1)ຄຳແມ່ນສິນຄ້າທີ່ຜູ້ຄົນນິຍົມຊົມຊອບ, ຄຳບໍ່ແມ່ນໂລຫະທີ່ຫາຍາກ ແລະ ມີມູນຄ່າໃນຕົວຂອງມັນເອງ. ເປັນທີ່ຕ້ອງການຂອງສັງຄົມ.

ດັ່ງນັ້ນ, ການໃຊ້ໂລຫະຄຳເປັນສືກາງໃນການແລກປ່ຽນຈິ່ງມີຄວາມສະດວກ ແລະ ເປັນທີ່ຍອມຮັບຂອງສັງຄົມຢ່າງກວ້າງຂວາງ.

2) ຄຸນລັກສະນະທາງດ້ານກາຍະພາບຂອງໂລຫະຄຳແມ່ນອຳນວຍຄວາມສະດວກທີ່ສຸດໃນການປະຕິບັດໜ້າທີ່ຂອງເງິນ.

  • ໂລຫະຄຳບໍ່ປ່ຽນສີ
  • ບໍ່ຫລຸ້ຍຫ້ຽນ
  • ມີຄວາມທົນທານ

ດັ່ງນັ້ນ, ການເກັບຮັກສາ ແລະ ແບ່ງເປັນຫົວໜ່ວຍຍ່ອຍຈິ່ງບໍ່ມີຜົນສະທ້ອນເຖິງຄຸນນະພາບຂອງຄຳ

3) ໂລຫະຄຳມີສະຖຽນລະພາບທາງດ້ານມູນຄ່າຫລາຍກວ່າສິນຄ້າປະເພດອືນ.

ເບື້ອງຕົ້ນໂລຫະຄຳຖືກຫລອມເປັນກ້ອນ, ເປັນແທ່ງຕໍ່ມາເພື່ອສະດວກໃນການແລກປ່ຽນຄຳໄດ້ຖືກຫລອມເປັນຫລຽນທີ່ມີນ້ຳໝັກ ແລະ ຄວາມບໍລິສຸດໃນລະດັບໃດໜຶ່ງ.

ຄຳເງິນຕາໄດ້ຄອບງຳລະບົບເງິນຕາເປັນເວລາຍາວນານທີ່ສຸດ. ໃນສັດຕະວັດທີ 19 ປີ 1971, ລະບົບເງິນຕາສາກົນ Bretton Woods System ນຳເອົາຄຳມາເປັນມາດຕະຖານໃນການວັດແທກຄ່າຂອງເງິນລົ້ມລະລາຍ.

ເຖິງແມ່ນວ່າໂລຫະຄຳຈະມີຄວາມແທດເໝາະໃນການນຳໃຊ້ເປັນເງິນຕາແຕ່ຄຳເງິນຕາກໍ່ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການແລກປ່ຽນຊື້ – ຂາຍໃນສັງຄົມ ໃນເວລາທີ່ພື້ນຖານເສດຖະກິດຜະລິດສິນຄ້າ ແລະ ການແລກປ່ຽນຂະຫຍາຍຕົວລະດັບສູງ.

2.2. ເງິນເຈ້ຍ

ເພື່ອສ້າງຄວາມສະດວກ ແລະ ປອດໄພບັນດາທະນາຄານໄດ້ນຳໃຊ້ເງິນເຈ້ຍ ເພື່ອການ ແລກປ່ຽນຊື້ຂາຍ ຕໍ່ກັບປະລິມານເງິນທີ່ມີຂະໜາດໃຫຍ່. ເງິນເຈ້ຍໄດ້ກຳເນີດຂື້ນ ໃນເບື້ອງຕົ້ນ ແມ່ນຢູ່ໃນຮູບລັກຊະນະຂອງການເປັນໃບຢັ້ງຢືນ ທີ່ສາມາດແລກປ່ຽນເອົາເງິນ ຫຼື ຄຳໄດ້ຍ້ອນການຈຳໜ່າຍ ຂອງທະນາຄານ.

ຕົວຢ່າງ: ກ່ອນໜ້ານີ້ ໃນອັງກິດ ແມ່ນໄດ້ມີການ ຫຼອມເງິນປອນສະເຕີລິງ ພ້ອມໆກັບການ ຈຳໜ່າຍເງິນປອນທີ່ເຮັດດວ້ຍເຈ້ຍ ເຊິ່ງສາມາດ ແລກຄຳຄືນໄດ້ຢາງເສີ ຕາມອັດຕາສວ່ນ 1ປອນເງິນເຈ້ຍ ຈະແລກຄຳໄດ້ ນຳໜັກ 123,274 grain ຫຼື ເທົ່າກັບ 7,32236 ກຼາມ ຄຳສົດ. ການແລກປ່ຽນ ຄຳຄືນ ແມ່ນທະນາຄານທີ່ຈຳໜ່າຍເງິນເຈ້ຍ ຈະເປັນຜູ້ປະຕິບັດ. ເງິນເຈ້ຍຊະນິດນີ້ ຂະຫຍາຍຕົວຢ່າງແພ່ ຫຼາຍ ໃນທະວີບຢູໂຫຼບ ກອ່ນສົງຄາມໂລກຄັ້ງທີ່ 1 ເຊິ່ງເອີ້ນກັນວ່າ ເງິນຕາຂອງທະນາຄານ ຫຼື ທະນາບັດ ທະນາຄານ ເຊິ່ງການນຳໃຊ້ທະນາບັດ ທະນາຄານແມ່ນເປັນຄວາມສະມັກໃຈຂອງຜູ້ຊົມໃຊ້.

ໃນໄລຍະຕໍ່ມາ ຍ້ອນຜົນກະທົບຂອງສົງຄາມ ກໍ່ຄືການຫຼົ້ມລະລາຍ ຂອງພື້ນຖານເສດຖະກິດ, ໄດ້ມີ ຫຼາຍເທື່ອທີ່ ເງິນເຈ້ຍ ໜົດຄວາມສາມາດໃນການ ແລກປ່ຽນຄຳຄືນ ເຊັ່ນ: ຝລັ່ງ ບໍ່ມີຄວາມສາມາດ ເອົາເງິນ ເຈ້ຍ ໄປແລກປ່ຽນເອົາຄຳຄືນ ໃນຊຸມປີ 1720, 1848-1850, 1870-1875, 1914-1928 ແລະ ທ້າຍສຸດ ແມ່ນ ປີນັບແຕ່ ວັນທີ່ 1/10/1936 ຈົນເຖິງປະຈຸບັນ. ຢູ່ ສະຫະລັດອາເມລິການ ໃນຊວ່ງໄລຍະສະໄໜສົງຄາມ ໃນປີ 1862-63 ລັດຖະບານ ຈຳໜາຍທະນາບັດ ທີ່ບໍ່ສາມາດ ແລກປ່ຽນຄຳຄືນ ຈົນເຖິງປີ 1879 ສົງຄາມໄດ້ຢຸດຕິລົງ ຈິ່ງສາມາປັບປຸງຄືນໄດ້. ພາຍຫຼັງສົງຄາມໂລກຄັ້ງທີ່2 ມີພຽງເງິນດອນລາເທົ່ານັ້ນ ທີສາ ມາດແລກປ່ຽນຄຳຄືນໄດ້. ການຢຸດຕິການແລກປ່ຽນຄຳຄືນນັ້ນ ມີສາຍເຫດມາຈາກ ການທີເກີດມີສົງຄາມ ໂລກຄັ້ງທີ່ 1 ແລະ ການຫຼົ້ມລະລາຍ ທາງດ້ານເສດຖະກິດ ໃນປີ 1929-1933 ເຊິ່ງເປັນສາຍເຫດຕົ້ນຕໍ ທີ່ພາໃຫ້ ມີການນຳໃຊ້ ເງິນເຈ້ຍທີ່ບໍ່ຮັບແລກປ່ຽນເປັນຄຳຄືນ ເຊິ່ງມັນແພ່ລາມໄປຢ່າງກວ້າງຂວາງໃນທົ່ວໂລກ.

ຄຸນປະໂຫຍດຂອງການນຳໃຊ້ເງິນເຈ້ຍ

- ການນຳໃຊ້ເງິນເຈ້ຍ ເຮັດໃຫ້ທຸກຄົນ ມີຄວາມສະດວກ ງາຍດາຍ ໃນການເກັບຮັກສາ ແລະ ພົກພາ ແນ່ນອນວ່າ ທຸກຄົນຕ້ອງການ ທີ່ຈຳຖືເງິນເຈ້ຍ ຫຼາຍກວ່າທີ່ ຈະນຳເອົາໂລຫະ ທີ່ຫຼອມເປັນເງິນ ທີ່ມີນໍ້າໜັກ ໃສ່ໄວ້ໃນກະເປົາຂອງຕົນ.

- ເງິນເຈ້ຍມີທຸກຫົວໜວ່ຍ ແຕ່ນ້ອຍຫາໃຫຍ່ ແທດເໜາະກັບຂະໜາດຂອງການແລກປ່ຽນຂອງທ່ານ.

- ລັດຖະບານສາມາດພິມ ເງິນເຈ້ຍໄດ້ ໂດຍມີການຊິ້ນເປືອງ ໜ້ອຍກວ່າ ການນຳເອົາ ໂລຫະມີຄ່າມາຫຼອມເປັນເງິນຕາ ແລະ ກໍ່ສາມາດພິມຈຳໜາ່ຍໄດ້ ໂດຍບໍ່ຂື້ນກັບປະລິມານຂອງຄຳ ຄືດັ່ງເມື່ອກອ່ນ.

ແຕ່ເຖິງຢ່າງໃດກໍ່ຕາມເງິນເຈ້ຍກໍ່ຍັງມີ

ຈຸດອອ່ນດັ່ງລຸ່ມນີ້:

- ຂາດງ່າຍ

- ມີຄ່າຊິ້ນເປືອງໃນຂອດຈໍລະຈອນສູງ

- ມີຄວາມຫຍຸງຍາກໃນການຊຳລະສະສາງລະຫວ່າງປະເທດ

- ປອມແປງໄດ້ງ່າຍ

- ງ່າຍຕໍ່ການເກີດໄພເງິນເຟີ້

ເພື່ອການຊຳລະຜ່ານລະບົບທະນາຄານ ບັນດາທະນາຄານ ທຸລະກິດ ຈະມີເຮັດສັນຍາຮວ່ມກັນ ກັບ ບັນດາສາຂາຂອງຕົນ ແລະ ທະນາຄານ ທຸລະກິດແຫ່ງອື່ນໆ ດວ້ຍການ ເປີດບັນຊີຮວ່ມກັນ ແລ້ວດຳເນີນການ ໂອນບັນຊີ ລະຫວ່າງທະນາຄານ ແທນທີຈະມີການ ຊຳລະສະສາງກັນເປັນເງິນສົດ ແຕ່ພວກເຂົາ ດຳເນີນການ ພຽງແຕ່ຈົດໜີ້ ເຂົ້າບັນຊີນີ້ ເທົ່ານັ້ນ.

ແຊ໊ກ (Cheque / Check) ແມ່ນໃບຄຳສັ່ງຈ່າຍຂອງເຈົ້າຂອງບັນຊີ ເປັນຜູ້ໂອນຜົນປະໂຫຍດໃຫ້ແກ່ຜູ້ອື່ນ ຕາມຈຳນວນທີ່ໄດ້ຂຽນໄວ້ໃນ ໃບແຊ໊ກດັ່ງກ່າວ ເພື່ອຮຽກຮ້ອງໃຫ້ ທະນາຄານ ຊຳລະຈາກບັນຊີຂອງຕົນ ໃຫ້ແກ່ຜູ້ຮັບຜົນປະໂຫຍດ ຕາມການກຳນົດທີ່ມີຢູ່ໃນແຊ໊ກດັ່ງກ່າວ.

ການນຳໃຊ້ແຊ໊ກໃນການຊຳລະ ມັນມີຄວາມສະດວກຍ້ອນວ່າ:

-ປະຫຍັດຄ່າໃຊ້ຈ່າຍໃນການຊຳລະ ເພາະສາມາດຫຼຸດຜ່ອນການດຳເນີນການ ໃນການໂອນເງິນ ໃນບັນຊີລະຫວ່າງທະນາຄານ ເພາະຈະນຳເອົາໃບແຊ໊ກທີ່ໄດ້ຮັບມາລົບໃບແຊ໊ກທີ່ໄດ້ຈ່າຍນຳກັນ.

- ມີຄວາມວອ່ງໄວ, ມີຄວາມປອດໄພ ແລະ ງາ່ຍດາຍ

- ມີຄວາມສະດວກໃນການຊຳລະ ເພາະສາມາດຂຽນຈຳນວນເງິນໄດ້ ຕາມຄວາມຕ້ອງການໃດໜຶ່ງ ຂອງຕົນ ຫຼື ສາມາດນຳໃຊ້ໄດ້ ຈົດໜົດຈຳນວນເງິນ ທີ່ມີຢູ່ໃນບັນຊີ ດັ່ງນັ້ນ ເຮັດໃຫ້ການຊຳລະ ທີ່ມີປະລິມານເງິນຫຼາຍ ສາມາດປະຕິບັດໄດ້ຢ່າງສະດວກຍິ່ງຂື້ນ.

ການຈໍລະຈອນຂອງເງິນເຊື່ອ ທີ່ອີງໃສ່ການ ຈໍລະຈອນຂອງແຊ໊ກນັ້ນ ມັນກໍ່ມີຂ້ໍຈຳກັດຢູ່ຫຼາຍດ້ານດັ່ງນີ້:

- ການຊຳລະດວ້ຍແຊ໊ກນັ້ນ ຈຳເປັນຕ້ອງໄດ້ໃຊ້ຊວ່ງໄລຍະເວລາທີ່ແນ່ນອນໃດໜຶ່ງ, ໃຊ້ເວລາໃນການກວດສອບຄວາມຖືກຕ້ອງ ຂອງແຊ໊ກ… ດັ່ງນັ້ນ ການຊຳລະດວ້ຍແຊ໊ກ ກໍ່ຍັງຊ້າຢູ່ ຖ້າຢູ່ໃນກໍລະນີ ມີຄວາມຕ້ອງການ ການຊຳລະທັນທີ.

- ການຊຳລະດວ້ຍແຊ໊ກ ມັນຈະນຳໄປສູ່ການ ກວດການເອກະສານ ການຊຳລະສະສາງ ແລະ ຄ່າຊີ້ນເປືອງໃນການກວດການ ເອກະສານ ກໍ່ນັບມື້ຍິ່ງສູງຂື້ນ.

2.4. ເງິນອີເລັກໂທນິກ

ບາດກ້າວການຂະຫຍາຍຕົວ ຂອງອຸດສະຫະກຳ ກໍ່ຄືການພັດທະນາ ຢ່າງວ່ອງໄວ ຂອງລະບົບຂໍ້ມູນ ຂ່າວສານ ມັນໄດ້ສ້າງເງື່ອນໄຂ ສະດວກໃຫ້ແກ່ ລະບົບທະນາຄານ ໄດ້ມີການປ່ຽນແທນ ພາຫະນະການ ຊຳລະສະສາງ ທີ່ເກົ່າແກ່ ທີ່ນຳໃຊ້ບັນດາ ໃບເຈ້ຍ ແທນດວ້ຍການຊຳລະຮູບແບບໃໜ່ ທີ່ເປັນອີເລັກໂທນິກ (Electronic means of payment – EMOP)

ລະບົບການຊຳລະສະສາງ ທີ່ໃຫຍ່ທີ່ສຸດ ໃນປະຈຸບັນ ແມ່ນ SWIFT (Society For World wide Interbank Finnancail Telecommunication). ລະບົບດັ່ງກ່າວ ອະນຸຍາດໃຫ້ມີການ ປະຕິບັດການ ຊຳລະສະສາງ ດວ້ຍອີເລັກໂທນິກ ລະຫວ່າງທະນາຄານ ບໍ່ພຽງແຕ່ພາຍໃນປະເທດ ມັນຍັງກວມເອົາສາກົນນຳອີກ.

ບັດຊຳລະເງິນ(Payment Card)

ແມ່ນບັດຊຳລະຄ່າສິນຄ້າແລະບໍລິການ ທີ່ທະນາຄານ ຫຼື ບໍລິສັດ ເງິນທຶນເປັນຜູ້ ສ້າງຂື້ນ.

ບັດຖອນເງິນ ATM Card ມັນໄດ້ຖືກນໍາໃຊ້ ເພື່ອຖອນເງິນ ຫຼື ໂອນເງິນຜ່ານບັນຊີ ໂດຍຜ່ານຕູ້ ATM.

ໃຊ້ເວລາພຽງແຕ່ເຄິ່ງນາທີ ການ ດຳເນີນ ທຸລະກຳຕ່າງໆ ກໍ່ຈະສຳເລັດ.

ບັດເຄຣດິດ (Credit Card) ເປັນບັດທີເຮັດດວ້ຍ ພາສຕິກ ທີເປັນຮູບສີຫຼ່ຽມ ທີ່ມີຂະໜາດ ມາດຕະ ຖານ 96x54x0,76 ມມ ດ້ານໜ້າ ແມ່ນພິມຂໍ້ມູນຕ່າງໆ ທ່ີກ່ຽວຂ້ອງກັບ ຜູ້ຈຳໜາ່ຍ (ຊື່ ແລະ ໂລໂກ້) ຂໍ້ມູນກ່ຽວກັບຜູ້ນໍາໃຊ້ບັດ, ດ້ານຫຼັງຈະມີລະຫັດ ສີດຳ ແລະ ບັນດາຂໍ້ມູນທີ່ຈຳເປັນ ກ່ຽວກັບບັດ ແລະ ເຈົ້າຂອງບັດ.

ບັດເດບິດ (Debit Cart) ຮູບແບບຂອງບັດ ເດບິດ ແມ່ນມີລັຊະນະ ທີ່ຄືກັນກັບບັດເຄຣດິດ ແຕ່ວ່າຈະຕ່າງກັນ ໃນການນຳໃຊ້ ເພາະວ່າບັດເດບິດ ແມ່ນເປັນບັດທີ່ ສາມາດນຳໃຊ້ເງິນ ໄດ້ຫຼາຍເທົ່າກັບ ຈຳນວນເງິນທີ່ມີຢູ່ໃນບັນຊີ ເຊິ່ງຈະຕ່າງຈາກບັດເຄຣດິດທີ່ໃຊ້ໄວ້ ເປັນເຄື່ອງມືໃຫ້ແກ່ການກູ້ຢືມ.

III. ໜ້າທີ່ຂອງເງິນ

(1) ເປັນຫົວໜ່ວຍວັດແທກມູນຄ່າ

(2) ເປັນພາຫະນະໃນການແລກປ່ຽນ

(3) ເປັນພາຫະນະສະສົມມູນຄ່າ

(1) ເປັນຫົວໜ່ວຍວັດແທກມູນຄ່າ

ເງິນຕາ ແມ່ນຫົວໜ່ວຍວັດແທກມູນຄ່າ, ໝາຍຄວາມວ່າມັນໄດ້ຖືກນຳໃຊ້ເພື່ອວັດແທກຄຸນຄ່າສິນຄ້າ, ບໍລິ ການກ່ອນຈະດຳເນີນການແລກປ່ຽນນຳກັນ.

(2) ເປັນພາຫະນະໃນການແລກປ່ຽນ

ໃນພື້ນຖານເສດຖະກິດ, ເງິນຕາເປັນພາຫະນະໃນການແລກປ່ຽນ, ມັນໄດ້ນຳໃຊ້ເຂົ້າໃນການຊື້ – ຂາຍສິນຄ້າ, ການບໍລິການ ຫລື ຊຳລະສະສາງບັນດາໜີ້ສິນຢູ່ພາຍໃນ ແລະ ຕ່າງປະເທດ.

(3) ເປັນພາຫະນະສະສົມມູນຄ່າ

ໝາຍວ່າ ເປັນບ່ອນບັນຈຸອຳນາດຊືຢູ່ໃນໄລຍະເວລາໃດໜຶ່ງ.

 

 

 

ເອກະສານປະກອບຮຽນວຶຊາພື້ນຖານບັນຊີ

ພື້ນຖານບັນຊີ (Basic Accounting)

  1. ຊັບສິນ (Assets) ແມ່ນ ສິ່ີງທີ່ນໍາເຂົ້າມາເຄື່ອນໄຫວ ແລະ ສ້າງປະໂຫຍດໃຫ້ແກ່ກິດຈະການເຊັ່ນ:
  • ອາຄານສຳນັກງານ, ພາຫະນະ,
  • ເຄື່ອງຈັກ, ສິດນຳໃຊ້ທີ່ດິນ,
  • ສິນຄ້າ, ລູກຄ້າຕິດໜີ້,
  • ເງິນຝາກທະນາຄານ, ເງິນສົດ ແລະ ອຶ່ນໆ

+ ຊັບສິນ ແບ່ງອອກເປັນ 2 ປະເພດໃຫຍ່ຄື:

  • ຊັບສິນໝູນວຽນ (Current Assets)
  • ຊັບສິນບໍ່ໝູນວຽນ (Non- Current Assets)
    • ຊັບສິນໝູນວຽນ ໝາຍເຖິງ
  • ຊັບສິນທີ່ເປັນເງິນສົດ, ລາຍການທຽບເທົ່າເງິນສົດ ແລະ ຊັບສິນ ຕ່າງໆທີ່ສາມາດປ່ຽນເປັນເງິນໄດ້ໃນຮອບໄລຍະເວລາບໍ່ເກີນ 1 ປີ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດ.
  • ຊັບສິນໝູນວຽນທີ່ສຳຄັນໄດ້ແກ່: ເຄື່ອງໃນສາງ, ໜີ້ຕອງຮັບແລະຊັບສິນຄ້າທີ່ຄ້າຍຄືກັນ, ເງິນສົດ ແລະ ລາຍການທຽບເທົ່າເງິນສົດ.
  • ເຄື່ອງໃນສາງ: ປະກອບດ້ວຍ:
  • ວັດຖຸດິບ, ວັດຖຸປະກອບ ແລະ ວັດຖຸອຶ່ນໆຮັບໃຊ້ການຜະລິດ,
  • ຜົນຜະລິດພວມປຸງແຕ່ງ ຫຼື ການບໍລິການພວມດຳເນີນ, ຜະລິດຕະພັນ ຫຼື ສິນຄ້າທີ່ຢູ່ໃນການຄຸ້ມຄອງ ລວມທັງຊັບສິນທີ່ນຳມາຝາກ ຫຼື ຄ້ຳປະກັນທີ່ເປັນກຳມະສິດຂອງກິດຈະການ.
  • ໜີ້ຕ້ອງຮັບ ແລະ ຊັບສິນຄ້າຍຄືກັນ: ປະກອບດ້ວຍ:
  • ລູກໜີ້ການຄ້າ, ອາກອນທີ່ຈ່າຍເກີນ ຫຼື ສິດທິຕ້ອງໄດ້ຫັກຄືນ,
  • ບ້ວງຈ່າຍເງິນລ່ວງໜ້າ (ລັດ, ພະນັກງານ ແລະ ອົງການປະກັນສັງຄົມ),
  • ເງິນຜູ້ຖືຮຸ້ນ ຫຼື ຂາຮຸ້ນຕ້ອງຖອນເພີ່ມໃນການປະກອບທຶນ,
  • ລາຍຈ່າຍລ່ວງໜ້າ, ລາຍຮັບຕ້ອງຮັບແລະ ອຶ່ນໆ.
  • ເງິນສົດ ແລະ ລາຍການທຽບເທົ່າເງິນສົດ: ເປັນຊັບສິນທີ່ມີຄວາມຄ່ອງຕົວສູງທີ່ສຸດ ປະກອບດ້ວຍ:
  • ເງິນສົດ, ເງິນຝາກ,
  • ດອກເບ້ຍທີ່ຕ້ອງໄດ້ຮັບ ຫຼື ຕ້ອງໄດ້ຈ່າຍ,
  • ໃບຢັ້ງຢືນຊັບຝາກໝູນ, ໃບຢັ້ງຢືນການຄ້າ,
  • ຕະຫຼອດຮອດແຊັກທີ່ພວມຮຽກເກັບ ແລະ ອຶ່ນໆ..
    • ຊັບສິນບໍ່ໝູນວຽນ ໝາຍເຖິງ:
  • ຊັບສິນ ທີ່ຢູ່ໃນການຄຸ້ມຄອງກິດຈະການ ເພື່ອນຳໃຊ້ປະໂຫຍດໄລຍະຍາວຂອງການດຳເນີນທຸລະກິດ ຫຼື ເກີນກ່ວາ 1 ປີ ຂື້ນໄປ
    • ຊັບສົມບັດຄົງທີ່ບໍ່ມີຕົວຕົນ (Intangible Assets) ໝາຍເຖິງ:
  • ຊັບສິນທີ່ບໍ່ມີຮູບຮ່າງ ຊື່ງກິດຈະການອາດຊື້ ຫຼື ພັດທະນາຂື້ນເອງ ໄດ້ແກ່: ສິດນຳໃຊ້ທີ່ດິນ, ສິດທິບັດ, ລິຂະສິດ, ຄ່າສຳປະທານ, ເຄື່ອງໝາຍການຄ້າ ແລະ ອຶ່ນໆ…
  • ສິດທິບັດ (Patents): ໝາຍເຖິງ ຜົນງານການປະດິດ ແລະ ການອອກແບບຜະລິດຕະພັນໃໝ່ ທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ, ໄດ້ຮັບການຄຸ້ມຄອງຈາກອົງການລັດ, ຫ້າມລຽນແບບ.
  • ລິຂະສິດ (Copyrights): ຜົນງານໃນດ້ານການປະດິດສ້າງກ່ຽວກັບ ດົນຕີ, ຮູບພາບປະຕິມາກຳ, ບົດເລື່ອງ, ບົດລະຄອນ, ການສະແດງວັນນະກຳ ແລະ ວຽກງານອຶ່ນໆໃນດ້ານສິລະປະວັນນະຄະດີ ທີ່ໄດ້ຈົດລິຂະສິດຖືກກົດໝາຍ.
  • ສຳປະທານ (concession or Franchises):​ ການດໍາເນີນທຸລະກິດກ່ຽວກັບສາລະນູປະໂພກ, ການຂຸດຄົ້ນບໍ່ແຮ່….
  • ເຄື່ອງໝາຍການຄ້າ (Trademarks):​ເປັນສິ່ງທີ່ອົງການຈັດຕັ້ງລັດໃຫ້ການຄຸ້ມຄອງແກ່ເຄື່ອງໝາຍ ຊຶ່ງຈະໃຊ້ກັບສິນຄ້າ ເພື່ອຄຸ້ມຄອງກ່ຽວກັບ ຊື່ສຽງຂອງຜູ້ຂື້ນທະບຽນເຄື່ອງໝາຍການຄ້ານັ້ນໆ..
  • ຊັບສົມບັດຮ້ານຄ້າ ຫຼື ຄ່ານິຍົມ (goodwill): ໝາຍເຖິງ:
  • ຊື່ສຽງຂອງກິດຈະການທີ່ຕັ້ງມາເປັນເວລາດົນນານ,
  • ມີລູກຄ້າຫຼາຍ, ມີກຳໄລສູງກ່ວາປົກກະຕິ, ຊື່ໃນການບັນຊີ ຄ່ານິຍົມໝາຍເຖິງ: ກຳໄລທີ່ສູງກວ່າອັດຕາປົກກະຕິທີ່ຕັ້ງຂື້ນເປັນຊັບສິນ
    • ຊັບສົມບັດຄົງທີ່ມີຕົວຕົນ (Tangible Assets): ປະກອບດ້ວຍ:
  • ສິ່ງຈັດວາງ ແລະ ປົວແປງທີ່ດິນ,
  • ສິ່ງປຸກສ້າງ, ສິ່ງຕິດຕັ້ງ,
  • ເຕັກນິກ-ເຄື່ອງຈັກ,
  • ອຸປະກອນ, ພາຫະນະຂົນສົ່ງ ແລະ ອຶ່ນໆ..
    • ຊັບສົມບັດຄົງທີ່ການເງິນ (Long-Term Investment):   ໝາຍເຖິງເງິນລົງທຶນໄລຍະຍາວ ທີ່ກິດຈະການມີຈຸດປະສົງຖືໄວ້ເກີນ 1 ປີ ຂື້ນໄປ
  • ຊັບສົມບັດຄົງທີ່ການເງິນ ປະກອບມີ:
  • ໃບຢັ້ງຢືນຮ່ວມປະກອບທຶນ,
  • ໜີ້ຕ້ອງຮັບທີ່ຕິດພັນກັບການຮ່ວມປະກອບທຶນໃນກຸ່ມບໍລິສັດຫຼືວິສາຫະກິດຮູ້ນສ່ວນ,
  • ໃບຢັ້ງຢືນຊັບຄົງທີ່,
  • ເງິນໃຫ້ກູ້ຢືມ ແລະ ອຶ່ນໆ.
  • ຊັບສິນໝູນວຽນອຶ່ນໆອີກໄດ້ແກ່:
  • ອາກອນເຍື້ອນຊຳລະ,
  • ຊັບສົມບັດຄົງທີ່ພວມຊື້,
  • ພວມກໍ່ສ້າງ ບໍ່ວ່າຊັບສົມບັດຄົງທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ.
  1. ໜີ້ສິນ ແມ່ນ ພັນທະທີເກີດຍ້ອນເຫດການໃນປະຈຸບັນ ຫຼື ຈາກເຫດການທາງເສດຖະກິດໃນອະດີດ ຊື່ງເຮັດໃຫ້ກິດຈະການຕ້ອງສູນເສຍຊັບພະຍາກອນທາງດ້ານເສດຖະກິດໃນອະນາຄົດແກ່ພາກສ່ວນອຶ່ນ.

+ ໜີ້ສິນມີ 2 ປະເພດຄື:

  • ໜີ້ສິນໝູນວຽນ (Current Liabilities)
  • ໜີ້ສິນບໍ່ໝູນວຽນ (Non-Current Liabilities)
    • ໜີ້ສິນໝູນວຽນ ຫຼື ໜີ້ໄລຍະສັ້ນ: ໝາຍເຖິງ: ໜີ້ທີ່ຕ້ອງຊຳລະຄືນພາຍໃນໄລຍະເວລາດຳເນີນປົກກະຕິບໍ່ເກີນ 1 ປີ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດດ້ວຍຊັບສິນໝູນວຽນ ຫຼື ການສ້າງໜີ້ສູນໝູນວຽນອຶ່ນທົດແທນ.
  • ໜີ້ສິນໝູນວຽນ ປະກອບມີ:
  • ໜີ້ຕ້ອງສົ່ງໄລຍະສັ້ນ ແລະ ພາກສ່ວນໄລຍະສັ້ນຂອງໜີ້ສິນໄລຍະຍາວ:
  • ໜີ້ຕ້ອງສົ່ງໄລຍະສັ້ນແມ່ນ: ໜີ້ທີ່ພົວພັນ ກັບ ຜູ້ຖືຮຸ້ນ ຫຼື ຄູ່ສັນຍາ ຂອງການເຄື່ອນໄຫວ, ຂອງຂາຮຸ້ນເປັນຕົ້ນ.
  • ພາກສ່ວນໄລຍະສັ້ນຂອງໜີ້ສິນໄລຍະຍາວ: ແມ່ນ ສ່ວນທີ່ຕ້ອງຊຳລະໃນອະນາຄົດໃນຮອບໄລຍະເວລາບໍ່ເກີນ 1 ປີ ສ່ວນມູນຄ່າທີ່ເຫຼືອກໍ່ຍັງຮັກສາໄວ້ໃນໜີ້ສິນໄລຍະຍາວຄືເກົ່າ.
  • ຜູ້ສະໜອງ ແລະ ບັນຊີທີ່ຕິດພັນ:​ໄດ້ແກ່ເຈົ້າໜີ້ຕ່າງໆເຊັ່ນ: ເຈົ້າໜີ້ຄ່າສິນຄ້າ, ວັດຖຸດິບ ແລະ ວັດຖຸປະກອບ, ໃບຢັ້ງຢືນການຄ້າຕ້ອງຈ່າຍ, ການຈັດຊື້ຊັບສົມບັດຄົງທີ່. ນອກຈາກນັ້ນເງິນທີ່ລູກຄ້າຈ່າຍກ່ອນສ່ວນໃດສ່ວນໜຶ່ງໃນການສັ່ງຊື້ ຫຼື ໄດ້ຮັບສິນຄ້າແລ້ວ ແຕ່ໃບເກັບເງິນຍັງບໍ່ທັນມາຮອດ ກໍຖືເປັນໜີ້ໝູນວຽນເຊັ່ນກັນ.
  • ລາຍຮັບໆລ່ວງໜ້າ: ໝາຍເຖິງຈຳນວນເງິນທີ່ໄດ້ຮັບຈາກລູກຄ້າເຕັມຈຳນວນ ຫຼື ບາງສ່ວນແລ້ວ ແຕ່ສ່ວນໜຶ່ງແກ່ຍາວໄປເຖິງປີການບັນຊີໜ້າ ສ່ວນທີ່ເກີນໄປນັ້ນເອີ້ນວ່າ: ລາຍຮັບໆລ່ວງໜ້າ ຊຶ່ງບໍ່ລວມເງິນທີ່ໄດ້ຮັບກ່ອນຈາກການຂາຍສິນຄ້າ ແຕ່ເປັນລາຍຮັບອຶ່ນທີ່ຕິດພັນກັບການດຳເນີນງານເຊັ່ນ: ລາຍຮັບຄ່າເຊົ່າເປັນຕົ້ນ.
  • ໜີ້ຕ້ອງສົ່ງອຶ່ນໆ:​ແມ່ນໜີ້ໝູນວຽນອຶ່ນ ນອກຈາກໜີ້ສິນທີ່ໄດ້ກ່າວມາຂ້າງເທິງ ແຕ່ບໍ່ແມ່ນໜີ້ສິນຄັງເງິນລວມ ໄດ້ແກ່ ລາຍຈ່າຍທີ່ຕິດພັນກັບການໃຫ້ນະໂຍບາຍ ແກ່ພະນັກງານຂອງກິດຈະການເຊັ່ນ: ຄ່າແຮງງານ, ເງິນເດືອນ, ເງິນບຳເນັດ ແລະ ອຶ່ນໆທີ່ຕ້ອງຈ່າຍ; ອົງການປະກັນສັງຄົມ, ສ່ວຍສາອາກອນ ຫຼື ອົງການຈັດຕັ້ງລັດ, ເງິນປັນຜົນທີ່ຕ້ອງຈ່າຍໃຫ້ຂານຮຸ້ນ, ລາຍຈ່າຍຕ້ອງຈ່າຍ ແລະ ອຶ່ນໆ..
  • ໜີ້ສິນເງິນສົດລວມ: ແມ່ນໜີ້ທີ່ເກີດຈາກການຂໍສິນເຊື່ອໄລຍະສັ້ນຈາກທະນາຄານ ຫຼື ສະຖາບັນການເງິນ ໃນຮູບແບບຂອງ ເງິນເບີກເກີນບັນຊີ ແລະ ຍັງປະກອບດ້ວຍເຖິງງແຊັກທີ່ສັ່ງຈ່າຍແລ້ວ ແຕ່ເຈົ້າໜີ້ຍັງບໍ່ທັນໄດ້ຮຽກເກັບນຳທະນາຄານ.
    • ໜີ້ສິນບໍ່ໝູນວຽນ ຫຼື ໜີ້ໄລຍະຍາວ: ໝາຍເຖິງ: ໝີ້ທີ່ກິດຈະການຕ້ອງຊໍາລະຄືນໃນຮອບໄລຍະເວລາເກີນກວ່າ 1 ປີ ຂື້ນໄປ ນັບແຕ່ມື້ສ້າງໃບສະຫຼຸບຊັບສົມບັດ.
  • ໜີ້ສິນໝູນວຽນ ໄດ້ແກ່: ເງິນກູ້ຢືມ ແລະ ໜີ້ຕ້ອງສົ່ງການເງິນຕ່າງໆ, ເງິນແຮ, ເງິນຊ່ວຍໜູນກໍ່ສ້າງພື້ນຖານ ແລະ ອຶ່ນໆ.
  • ເງິນກູ້ຢືມ ແລະ ໜີ້ຕ້ອງສົ່ງ: ແມ່ນເງິນກູ້ຢືມຈາກສະຖາບັນການເງິນ, ພັນທະບັດ, ເງິນຄ້ຳປະກັນທີ່ໄດ້ຮັບ ຕະຫຼອດຮອດໜີ້ຕ້ອງສົ່ງທີ່ຕິດພັນກັບການຮ່ວມປະກອບທຶນ ບໍ່ວ່າຈະຢູ່ໃນກູ່ມບໍລິສັດ ຫຼື ນອກກຸ່ມເປັນຕົ້ນ.
  • ເງິນແຮ: ໝາຍເຖິງ ເງິນທີ່ກິດຈະການຕັ້ງໄວ້ເພື່ອຮັບຮອງຄວາມສ່ຽງທີ່ອາດຈະເກີດຂື້ນ ໄດ້ແກ່: ເງິນແຮເພື່ອເງິນບຳນານ ແລະ ພັນທະຄ້າຍຄືກັນ, ແຮໄວ້ເພື່ອຄວາມສ່ຽງຈາກການຄ້ຳປະກັນ ແກ່ລູກຄ້າ, ອາກອນ, ການຟື້ນຟູຊັບສົມບັດຄົງທີ່ ແລະ ອຶ່ນໆ
  • ເງິນຊ່ວຍໜູນກໍ່ສ້າງພື້ນຖານ: ໄດ້ແກ່ການຊ່ວຍໜູນປະກອບພະຫະນະ ແລະ ເງິນຊ່ວຍໜູນລົງທຶນອຶ່ນໆ..
  1. ທຶນຕົນເອງ ( Owner’s Equity)

ໝາຍເຖິງ: ຊັບສິນທັງໝົດຂອງກິດຈະການທີ່ມີ ຫຼັງຫັກໜີ້ສິນທັງໝົດທີ່ກິດຈະການສ້າງຂື້ນອອກໄປ.

+ ທຶນຕົນເອງປະກອບດ້ວຍ:

  • ທຶນຈົດທະບຽນ, ມູນຄ່າສ່ວນເພີ່ມ,
  • ຄັງສະສົມ, ຜິດດ່ຽງຈາກການຕີມູນຄ່າ (ວິສາຫະກິດ ແລະ ຜິດດ່ຽງຈາກການຕີມູນຄ່າຊັບສົມບັດຄົງທີ່ມູນຄ່າຄືນໃໝ່),

ຜົນໄດ້ຮັບສຸດທິໃນປີ ແລະ ຍອດຍົກມາ.

ບົດທີ 1 ຄວາມຮູ້ພື້ນຖານກ່ຽວກັບບັນຊີ

I. ປະຫວັດຄວາມເປັນມາໂດຍຫຍໍ້

  • ການບັນຊີປະກົດຕົວຂື້ນປະມານ 3500 ປີ ກ່ອນ ຄ.ສ ແຕ່ທີ່ເຫັນໄດ້ຢ່າງຈະແຈ້ງໃນປະມານ 3000 ປີກ່ອນ ຄ.ສ ສະໄໝອີຢິບບູຮານ ພົບຫລັກຖານຂົດບັນທຶກຊັບສິນໃນຄັງຫລວງ, ມີການປົກຄອງເປັນເຂດ ແລະ ເຮັດລາຍງານຊັບສິນໃຫ້ມະຫາກະສັດຮັບຮູ້
  • ກ່ອນສະຕະວັດທີ IV ສະໄໝໂລມັນ ໄດ້ພົບຫລັກຖານການບັນທຶກລາຍການໄວ້ທັງສອງດ້ານ ຄ້າຍຄືບັນຊີຄຼ່, ມີການເກັບພາສີອາກອນ ໂດຍບັງຄັບໃຫ້ລາຊະດອນສະແດງຖານະທາງການເງິນຕໍ່ລັດ ແລະ ການບັນຊີຄຼ່ ກໍ່ໄດ້ພັດທະນາຂື້ນໃນສະຕະວັດທີ XIII ແລະ XV ໃນປະເທດອີຕາລີ.
  • ຫລັການບັນຊີຄຼ່ທີ່ເກົ່າແກ່ທີ່ສຸດນັ້ນເກີດຂື້ນໃນປີ ຄ.ສ 1340 ນັ້ນຄື: ບັນຊີໃຫຍ່ແມ່ຣີ ຂອງຊາວເມືອງເຈນົວ  ຊຶ່ງຖືວ່າເປັນບັນຊີຄຼ່ທີ່ສົມບຸນແບບທີ່ສຸດ.
  • LUCA PACIOLI (ລູກາ ປາຊີໂອລີ) ເກີດທີ່ປະເທດອີຕາລີ ໃນປີ ຄ.ສ 1447 ເປັນນັກຄະນິດສາດ ແລະ ເປັນ ອາຈານສອນໃນມະຫາວິທະຍາໄລຕ່າງໆ
  • ໃນປີ ຄ.ສ 1494 ທີ່ເມືອງເວນິສ ໄດ້ຈັດພິມຜົນງານຊູດທໍາອິດກ່ຽວກັບບັນຊີຊື່: Summa de Arithmetica, Geometria, protortioni et proportinonlita ຫລື ຮູ້ຈັກກັນໃນນາມຂອງ ໍ່ Summa de Arithmetica” ເປັນປື້ມຄະນິດສາດທີ່ໄດ້ຮັບຄວາມນິຍົມທົ່ວໄປໃນເອີຣົບ ເຊິ່ງໄດ້ເວົ້າເຖຸິງການບັນຊີໃນປະເທດ ອີຕາລີ ແລະ ໄດ້ໃຫ້ຄຳສັບທາງການບັນຊີວ່າ: ເດບິໂຕ (Debito) ໝາຍເຖິງ ການເປັນໜີ້ ແລະ ເຄຣດິດໂຕ (Credito) ໝາຍເຖິງຄວາມເຊື່ອຖື.

 

ການປິດເຄື່ອງຄອມພິວເຕີ

ຫລັງຈາກເຮົາໃຊ້ງານຄອມພິວເຕີເຮົາແລ້ວ……ການປິດເຄື່ອງຄອມພິວເຕີໃຫ້ຖືວິທີ ເຄື່ອງຄອມພິວຕີຈະບໍ່ຄືກັບເຄື່ອງໄຟຟ້າອຶ່ນໆ ທີ່ສາມາດປິດສະວິດໄດ້ທັນທີ ຊຶ່ງເຮົາສາມາດປະຕິບັດໄດ້ຕາມຂັ້ນຕອນດັ່ງຕໍ່ໄປນີ້:

  1. ຄຮິກປຸ່ມ START
  2. ຄຣິກປຸ່ມ SHUT Down ເມື່ອກົດປຸ່ມ Shut down ແລ້ວ Windows 7  ຈະປິດໂປຣແກຣມທີ່ເປີດທັງໝົດ ແລະ ຈະປິດເຄື່ອງ……ແຕ່່ຖ້າປິດເຄື່ອງໂດຍບໍ່ Shut down ອາດເຮັດໃຫ້ຄອມພິວເຕີິ ຫລື ຂໍ້ມູນຂອງທ່ານເສຍຫາຍໄດ້.

ການຕັ້ງຄ່າແປ້ນພິມ

ການຕັ້ງຄ່າແປ້ນພິມລະຫວ່າງ ພາສາໄທ, ພາສາລາວ ແລະ ພາສາອັງກິດ ແຕ່ປົກກະຕິຂອງການຕິດຕັ້ງ Windows 7 ຈະຍັງບໍ່ສາມາດປ່ຽນພາສາໄດ້ ຖ້າເຮົາບໍ່ຕັ້ງຄ່າໃຫ້ມັນ.

ວິທີຕັ້ງຄ່າເພື່ອໃຫ້ສາມາດສັບຫລັບປ່ຽນພາສາໄດ້ ກົດການກົດປຸ່ມ ~ ເພື່ອປ່ຽນພາສາ

  1. ຄຣິ້ກທີ່ Start Menu ແລ້ວເລືອກ CONTROL PANEL  ສັງເກດຕາມຮູບໄດ້.                                                                                                                          kk1
  2. ຫລັງຈາກເຂົ້າເຖິງ CONTROL PANEL ແລ້ວໃຫ້ກົດ Change keyboards or other input methods                                                                          kk2
  3. ໃຫ້ກົດ Chang keyboards and other language……………..ຈາກນັ້ນກົດ Change keyboard                                                                                                  kk3
  4. ໃນໜ້າຕ່າງ Text Services and Input Language ເປັນໜ້າຈໍທີ່ໃຊ້ກໍານົດຄ່າຂອງແປ້ນພິມ ແລະ ສ່ວນກ່ຽວຂ້ອງອຶ່ນໆ…..ເຮົາສາມາດເພີ່ມພາສາໄດ້ໂດຍ ການກົດປຸ່ມ ADD                                                                                                                                                                                                                           kk4
  5. ມາຮອດຂັ້ນຕອນນີ້…..ເມື່ອຢາກປ່ຽນພາສາ….ຄຣິ້ກທີ່ Advanced Key Setting ແລ້ວຄຣິ້ກທີ່ Between Input Language ແລະ Change key Sequence…..ຕາມລໍາດັບ  ຈາກນັ້ນຈະປະກົດໜ້າຈໍ Change Key Sequence ໃນຫົວຂໍ້ Switch Input Language ໃຫ້ຄຣິກທີ່ Grave Accent (‘) ແລ້ວກົດປຸ່ມ OK ຖືວ່າເປັນການສໍາເລັດ……                                                                                                                                                                                 kk5

ການຕິດຕັ້ງ Windows 7

ໃນກໍລະນີເຄື່ອງມີບັນຫາ…….ບໍ່ວ່າຈະເປັນໄວຣັສເຂົ້າ, ມີບັນຫາດ້ານຊອບແວເຮັດໃຫ້ເຄື່ອງຄອມພິວເຕີຄ້າງ, ບໍສາມາດເຮັດວຽກຕໍ່ໄປໄດ້  ກະລຸນາໃຫ້ລົງວິນໂດໃໝ່ດີກວ່າ…ຖ້າຫາກແກ້ບັນຫາດັ່ງກ່າວໄດ້ກໍ່ຖືວ່າດີໄປ.  ສໍາລັບການລົງ Windows 7 ມີວິທີການດັ່ງນີ້:

  1. ເອົາແຜ່ນວິນໂດ Windows 7 ເຂົ້າໃນ DVD ຂອງທ່ານ ຫລັງຈາກນັ້ນໃຫ້ ຣິດສະຕາດເຄື່ອງໃໝ່ (Restart or Boot) ເພື່ອໃຫ້ແຜ່ນບູດເຂົ້າ DvD. ປົກກະຕິແລ້ວການເຂົ້າໄປຕັ້ງໃຫ້ເຄື່ອງຄອມພິວເຕີຂອງເຮົາບູດ ຊີດີ, ດີວີດີ…..ຄື້: 1. ໃຫ້ເຂົ້າໄປຕັ້ງຄ່າ BIOS ເສຍກ່ອນ, 2 ກົດຄີບອດ ຫລື ແປ້ນພິມ ເພື່ອໃຫ້ມີນູ ເພື່ອເລືອກບູດ….ໃນທັງ 2 ວິທີນີ້ຈະແຕກຕ່າງກັນໄປ ຂື່ນກັບລຸ້ນເຄື່ອງຄອມພິວເຕີແຕ່ລະເຄື່ອງ
  2. ຫລັງຈາກບູດດ້ວຍແຜ່ນ windows 7 ຈະປະກົດຂື້ນໜ້າຈໍຕາມພາບ ໃຫ້ລໍຖ້າຈົນກວ່າຈະໂຫລດຟຣາຍສໍາເລັດ…ຈະເຂົ້າສູ່ຂັ້ນຕອນການຕິດຕັ້ງຕໍ່ໄປ.         01
  3. ຫລັງຈາກ windows 7 ໂຫລດຟຣາຍທີ່ຈໍາເປັນ ສໍາລັບການຕິດຕັ້ງສໍາເລັດຈະເຂົ້າສູ່ໜ້າຈໍຂ້າງລຸ່ມນີ້ ກະລຸນາລໍຖ້າອີກຊົ່ວໄລຍະໜຶ່ງ                                                                            02
  4. Windows ຈະສະແດງລາຍລະອຽດຕ່າງໆກ່ຽວກັບ ພາສາ ແລະ ແປ້ນພິມໃຫ້ເລືອກຄື: ຫ້ອງທີ 1 ໃຫ້ເລືອກເປັນພາສາອັງກິດ, ຫ້ອງທີ 2 ໃຫ້ເລືອກເວລາ ຈະເລືອກພາສາລາວ ຫລື ໄທກໍ່ໄດ້……..ຫ້ອງທີ 3 ພາສາມາເຂົ້າອັດຕະໂນມັດ  …………………..ຫລັງຈາກນັ້ນໃຫ້ກົດປຸ່ມ NEXT ເພື່ອເຂົ້າສູ່ຂັ້ນຕອນຕໍ່ໄປ.03
  5. ມາຮອດຂັ້ນຕອນນີ້ໃຫ້ກົດປຸ່ມ INSTALL ເພື່ອເລື່ມການຕິດຕັ້ງ Windows 7                            04
  6. ລາຍລະອຽດຂໍ້ຕົກລົງການໃຊ້ໂປຣແກຣມ…..ອ່ານລາຍລະອຽດຂໍ້ຕົກລົງແລ້ວ ຄຣິກ I ACCEPT THE LICENSE TERMS ແລ້ວກົດປຸ່ມ NEXT ຕາມລໍາດັບ.                                                                                                                                                                                                                               05
  7. ເລືອກ CUSTOM (ADVANCED)                                                                                                                                                                                                 061
  8. ຄຣິ້ກ NEXT ເພື່ອເຂົ້າສູ່ຂັ້ນຕອນຕໍ່ໄປ………ແຕ່ຖ້າຕ້ອງການແບ່ງ PARTITION ຫລື້ FORMAT HDD ໃຫ້ເລືອກ DRIVE OPTIONS                             07
  9. ເມື່ອມາເຖິງຂັ້ນຕອນນີ້….ໃຫ້ລໍຖ້າຢ່າງດຽວ ຈົນກວ່າຈະກ໋ອບປີ້ຟຣາຍສໍາເລັດແລ້ວ ໄປຂັ້ນຕອນຕໍ່ໄປ.                                                                                 08
  10. ຖ້າເຫັນໜ້າຈໍນີ້ສະແດງວ່າການຕິດຕັ້ງສໍາເລັດ………………….ແລ້ວໃຫ້ທ່ານຕັ້ງ USER NAME ທີ່ຕ້ອງການ ແລະ ໃຫ້ພິມໃນຫ້ອງທີ່ກໍານົດ ຫລັງຈາກນັ້ນ ກໍ່ໃຫ້ກົດປຸ່ມ NEXT                                                                                                                                                                                                                        09
  11. ໃຫ້ພິມລະຫັດ KEY PRODUCT ຖ້າເປັນ WINDOWS ຂອງແທ້…………ຖ້າບໍ່ແມ່ນວິນໂດຂອງແທ້ ໃຫ້ກົດໝາຍຕິກໃສ່ Automatically activate when I am online                                                                                                                                                                                                                                      10
  12. ມາເຖິງຂັ້ນຕອນນີ້….ມີຕົວເລືອກໃຫ້ເລືອກ ຊຶ່ງແຕ່ລະຕົວເລືອກມີຄວາມໝາຍດັ່ງນີ:                                                                                                               Use Recommended Setting : ຕິດຕັ້ງລາຍການອັບເດດຕ່າງໆ……ທີ່ Microsoft ແນະນໍາ ຕົວເລືອກນີ້ຈະເໝາະສົມສໍາລັບຜູ້ທີ່ບໍ່ຮູ້ວ່າຈະກໍານົດຄ່າ          ຄວາມປວດໄພແນວໃດ.                                                                                                                                                                                                                  Install important updates only: ຕິດຕັ້ງສະເພາະລາຍການທີ່ສໍາຄັນ ແລະ ຈໍາເປັນເທົ່ານັ້ນ.                                                                                                   Ask me later: ບໍ່ຕິດຕັ້ງຫຍັງເລີຍ ແລະ ໃຫ້ Windows 7 ສອບຖາມທ່ານພາຍຫລັງ (ບໍ່ແນະນໍາໃຫ້ເລືອກໂຕນີ້) ຖ້າເປັນວິນໂດຂອງປອມເລືອກໂຕນີ້ກະໄດ້, ແຕ່ ຖ້າເປັນວິນໂດຂອງແທ້ໃຫ້ເລືອກ USE Recommended Setting                                                                11
  13. ເລືອກ time zones ແລະ ຕັ້ງວັນທີ ເວລາ ເມື່ອສໍາເລັດແລ້ວໃຫ້ກົດປຸ່ມ Next                                                                                                                              12
  14. ສຸດທ້າຍກໍ່ຈະສໍາເລັດໃຫ້ຂັ້ນຕອນຕ່າງໆຂອງການຕິດຕັ້ງວິນໂດ 7                                                                                                                                               13

ຖ້າຂ້າພະເຈົ້າ………….ເກີດມີຄວາມຜິດພາດປະການໃດກໍ່ຂໍໂທດຂໍອະໄພມາຍັງຜູ້ອ່ານດ້ວຍ…ກ່ຽວກັບການຕິດຕັ້ງວິນໂດ 7…..ອັນໃດຂາດຕົກບົກຜ່ອງກໍ່ຂໍອະໄພ ດ້ວຍ….

ຄວາມຕ້ອງການຂອງເຄື່ອງຄອມພິວເຕີກ່ອນຈະຕິດຕັ້ງ Windows 7

              ເຄື່ອງຄອມພິວເຕີຂອງທ່ານຕິດຕັ້ງ Windows 7 ໄດ້ ຫລື ບໍ່ນັ້ນ ຂື້ນກັບສະເປັກຂອງເຄື່ອງວ່າຮັບໄດ້ຫລື ບໍ່ ເຊິ່ງຕໍ່ໄປນີ້ ສະເປັກຂອງເຄື່ອງຄອມພິວເຕີສໍາລັບ Windows 7.

ເປັກຂອງເຄື່ອງຄອມພິວເຕີສໍາລັບ Windows 7.

  • ຊີພີຢູ (CPU) 1 gigahertz (GHZ) ຫລື ສູງກວ່າ.
  • ແຣັມ (RAM) 1 gigabyte (GB) ສໍາລັບ ລຸ້ນ 32 bit ຫລື 2 gigabyte (GB) ສໍາລັບລຸ້ນ 64 bit
  • ພື້ນທີ່ວ່າງຂອງ Hard Disk Drive (HDD) ສໍາລັບ ລຸ້ນ 32 bit 20 gigabyte (GB) ຂື້ນໄປ ແຕ່ປະມານ 16 GB ກໍ່ໃຊໄດ້.   40 GB ສໍາລັບລຸ້ນ 64 bit ຫຼື ຫລາຍກວ່ານັ້ນກໍ່ຍິງດີ……….

ນອກຈາກຈະມີອຸປະກອນອຶ່ນແລ້ວ….ແຕ່ຄວາມຕ້ອງການໃຊ້ງານເຊັ່ນ: Sound Card (ກາດສຽງ), (Mornitor CArd) ແລະ ກາດ ອື່ນໆ…..